ຮອງປະທານປະເທດຫງວຽນທິຢວານເຮັດວຽກກັບແຂວງຮ່ານາມ

ຮອງປະທານປະເທດຫງວຽນທິຢວານເຮັດວຽກກັບແຂວງຮ່ານາມ - ảnh 1
ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ
(ພາບ​ປະ​ກອບ)

(vovworld) - ວັນ​ທີ 22/9, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ຮ່າ​ນາມ ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ​ແຂວງ​ກ່ຽວ​ກັບ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ທ້ອງ​ຖີ່ນ. ທ່ານ​ນາງ​ຮອງ​ປະ​ທານ​​ປະ​ເທດ ຫງວຽ​ນ​ທິຢ​ວານ ເນັ້ນ​ໜັກ​ວ່າ: ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ແລະ ລັດ, ຖືນີ້​ເປັນ​ປັດ​ໃຈ​ສຳ​ຄັນ, ຕັດ​ສິນ​ຊີ້​ຂາດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ມີ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ປັກ​ປັກ​ຮັ​ກ​ສາ​ສິ່ງ​ແວດ​ລ້ອມ, ໃນ​ນັ້ນ​ຖື​ເປັນ​ສຳ​ຄັນ​ການ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ໃນ​ສະ​ພາບ​​ຕົວ​ຈິງ. ຕາມ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ​ແລ້ວ, ເພື່ອ​ໃຫ້​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ບັນ​ລຸ​ຜົນ​ສຳ​ເລັດ, ຕ້ອງ​ເຮັດວຽກ​ງານ 2 ຢ່າງ​. ນັ້ນ​ແມ່ນ​ໂຄ​ສະ​ນາ​ເຜີຍ​ແຜ່​ເຖິງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ນະ​ໂຍ​ບາ​ຍ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສິ່ງ​ແວ​ດ​ລ້ອມກໍ່​ຄື​ກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ຢ່າງບໍ່​ຢຸດຢັ້ງ. ຄຽງ​ຄູ່​ກັນ​ນັ້ນ, ແມ່ນ​​ທ່າ​ທີ​ຖືກ​ຕ້ອງ ແລະ ເຮັດ​ວຽກ​ຢ່າງສຸດ​ຈິດ​ສຸດ​ໃຈ​ຂອງ​ພະ​ນັກ​ງານ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ.


ຂ່າວ/ບົດ​ອື່ນ