ຮອງປະທານປະເທດຫວຽດນາມ ຫງວຽທິຢວານ ມອບລາງວັນຜູ້ດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ

ຮອງປະທານປະເທດຫວຽດນາມ ຫງວຽທິຢວານ ມອບລາງວັນຜູ້ດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ - ảnh 1

ຮອງ​ປະທານ​ປະ​ເທ​ດຫວຽດນາມ ຫງວຽທິຢວານ

ພາບ: vietnam.vn

ຕອນ​ເຊົ້າວັນ​ທີ 17/2, ທ່ານ​ນາງຫງວຽທິຢວານຮອງ​ປະທານ​ປະ​ເທ​ດຫວຽດນາມ, ຮອງ​ປະທານ​ຜູ້​ທີ 1 ສະ​ພາ​ແຂ່ງຂັນ-ຍ້ອງຍໍ​ສູນ​ກາງ ​ໄດ້​ເຂົ້າຮ່ວມ​ພິທີ​ມອບ​ບັນດາລາງວັນອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ເພື່ອ​ເຊີ​ດຊູ​ບັນດາ​ແບບຢ່າງ​ດີ​ເດັ່ນ, ມີ​ຜົນງານ​ຫຼາຍ​ຢ່າງໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ແຂວງ​ດົ່ງ​ນາຍ​ ໃນ​ຊຸມ​ປີຜ່ານມາ. ທີ່​ພິທີ, ມີ 3 ໝູ່​ຄະນະ​ໄດ້​ຮັບ​ຫຼຽນ​ໄຊ​ເອກະ​ລາດຊັ້ນ 3; ສ່ວນ​ບຸກຄົນ​ຜູ້ 1 ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1; 56 ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ແລະ​ຊັ້ນ 3; 99 ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໄດ້​ຮັບ​ທຸງ​ແຂ່ງຂັນ, ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ.

 

ຂ່າວ/ບົດ​ອື່ນ