ຮອງປະທານປະເທດຫວຽດນາມຕ້ອນຮັບຄະນະບໍລິຫານງານສະຫະພັນບັນດາສະມາຄົມ UNESCOຫວຽດນາມ

ຮອງປະທານປະເທດຫວຽດນາມຕ້ອນຮັບຄະນະບໍລິຫານງານສະຫະພັນບັນດາສະມາຄົມ UNESCOຫວຽດນາມ - ảnh 1
(ທ່ານ​ນາງ ດັ້ງ​ທິ​ງອກ​ທິງ  ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ
ຕ້ອນ​ຮັບ ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ UNESCO ຫວຽດ​ນາມ)


(vovworld) - ຕອນ​ບ່າຍ​ວັນ​ທີ 18/12, ທ່ານ​ນາງ ດັ້ງ​ທິ​ງອກ​ທິງ  ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຕ້ອນ​ຮັບ ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ UNESCO ຫວຽດ​ນາມ ແລະ ບັນ​ດາ​ຜູ້​ແທນ​ສາ​ກົນ. ທ່ານ​ນາງ ດັ້ງ​ທິ​ງອກ​ທິງ  ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ໄດ້​ອວຍ​ພອນ​ຜົນສຳ​ເລດຂອງກອງ​ປະ​ຊຸມ​ສາ​ກົນ “ຄຸນ​ສົມ​ບັດ​ທົ່ວ​ໂລກ​ເພື່ອ​ພາ​ລະ​ກິດ​​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ” ໂດຍ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ UNESCO ຫວຽດ​ນາມ ຈັດ​ຕັ້ງ ເຂົ້າວັນ​ທີ 17/12, ຕີ​ລາ​ຄາ​ສູງ ການ​ເຂົ້າ​ຮ່ວມ​ປະ​ກອບ​ສ່ວນກ່ຽວ​ກັບທິດ​ສະ​ດີຂອງບັນ​ດານັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ແລະ ໂລກ, ປະ​ກອບ​ສ່ວນ​ສ້າງ​ຜົນ​ສຳ​ເລດຂອງກອງ​ປະ​ຊຸມ. ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ ​ຄວາມຮັບ​ພິດ​ຊອບເຂົ້າ​ຮ່ວມ ຂອງ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ UNESCO ຫວຽດ​ນາມ ໃນ​ວິ​ວັດ​​ແຫ່ງການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຜ່ານນັ້ນ​ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ໂລກ ຢ່າງ​ໜັ້ນ​ຄົງ.

        ທ່ານ ຫງວຽນ​ຊວນ​ທັ໋ງ ​ຕາງ​ໜ້າ ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ UNESCO ຫວຽດ​ນາມ ​ໃຫ້​ຮູ້ວ່າ ກອງ​ປະ​ຊຸມ​ສາ​ກົນ ດ້ວຍ​ຫົວຂໍ້​ “ຄຸນ​ສົມ​ບັດ​ທົ່ວ​ໂລກ​ເພື່ອ​ພາ​ລະ​ກິດ​​ປົກ​​ຍັກ​ຮັກ​ສາສັນ​ຕິ​ພາບ​ໂລກ” ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ການເຂົ້າ​ຮ່ວມ​ ຢ່າງ​ສຸດ​ຈິດ​ສຸດ​ໃຈຂອງຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນກວ່າ​400​ທ່ານ. ກອງ​ປະ​ຊຸມ​ນີ້​ແມ່ນ​ກາ​ລະ​ໂອ​ກາດໃຫ້​​ບັນ​ດາ ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ຊ່ຽວ​ຊານ, ບັນ​ດາ​ນັກເຄື່ອນ​ໄຫວ​ສັງ​ຄົມ, ນັກ​ຄ​ຸ້ມ​ຄອງ​ແລກ​ປ່ຽນ​ກ່ຽກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ບົດ​ບາດ​ຄຸນ​ສົມ​ບັດ​ໃນ​ສະ​ພາບ​​ການໃໝ່, ມຸ່ງ​ໄປ​ເຖິງ​ບັນ​ດາ​ຄາດ​ໝາຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ, ປົກ​ປັກ​ຮັກ​ສາໂລກ.

ຂ່າວ/ບົດ​ອື່ນ