ຮອງປະທານປະເທດເຂົ້າຮ່ວມກອງປະຊຸມຍ້ອງຍໍວິສາຫະກິດດີເດັ່ນຮ່າໂນ້ຍ

ຮອງປະທານປະເທດເຂົ້າຮ່ວມກອງປະຊຸມຍ້ອງຍໍວິສາຫະກິດດີເດັ່ນຮ່າໂນ້ຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິງ
ເຂົ້າຮ່ວມກອງປະຊຸມຍ້ອງຍໍວິສາຫະກິດດີເດັ່ນຮ່າໂນ້ຍ
(ພາບ: Thuylinh)


(vovworld) – ​ ຕອນ​ຄ່ຳ​ວັນ​ທີ 13/10, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍ​ວິ​ສາ​ຫະກິດ, ນັກທຸລະກິດດີ​ເດັ່ນ; ຜັນ​ຂະຫຍາຍ​ໂຄງການ​ໜູນ​ຊ່ວຍ​ເຮືອ​ນຢູ່​ໃຫ້​ຜູ້​ມີ​ຄຸ​ນງາມ​ຄວາມ​ດີ​ຕໍ່​ການປະຕິວັດ ​ແລະ ປຸກລະດົມ “​ເດືອນ​ຈຸດ​ສູງ​ເພື່ອ​ຄົນ​ທຸກ​ຍາກ” ປີ 2016. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິງ ຕີ​ລາຄາ​ສູງ​ການ​​ເຕີບ​ໃຫຍ່ ​ແລະ ການປະກອບ​ສ່ວນຂອງ​ຖັນ​ແຖວ​ວິ​ສາ​ຫະກິດ, ນັກທຸລະກິດ​ນະຄອນຫລວງ. ບັນດາ​ນັກທຸ​ລະ​ກິດ, ວິ​ສາ​ຫະກິດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ​ໃຫ້ 2,5 ລ້ານ​ຄົນ, ປະຕິບັດ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ຕອບບຸ​ນ​ແທນ​ຄຸນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ໂຄງການຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ສຸມ​ໃສ່​ສ້າງ​ຖັນ​ແຖວ​ນັກທຸລະກິດ​ໃຫ້​​ເຕີບໃຫຍ່​, ປະຕິບັດ​ການກະຕຸກ​ຊຸກຍູ້​ການ​ລົງທຶນ ​ແລະ ການ​ໃຊ້​ສອຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ຖື​ວ່າ:

        “ສ້າງ​ບາດກ້າວ​ບຸກທະລຸ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນດຳ​ເນີນ​ທຸລະ​ກິດ, ​​ເລີ່​ມ ຕົ້ນ​ແຕ່ການ​ດຳ​ເນີນ​ທຸລະ​ກິດ. ສ້າງ​ຖັນ​ແຖວ​ນັກທຸລະກິດ, ນັກທຸລະກິດ​ເຕີບ​ໃຫຍ່​, ມີ​ຄວາມ​ສາມາດ​ດ້ານ​​ການ​ເງິນ, ບົດຮຽນ​ໃນ​ການ​ຄຸ້ມ​ຄອງ ​ແລະ ​ຍຸດ​ທະ​ສາດ​ການ​ພັດທະນາ​ມຸ່ງອອກ​ສູ່​ໂລກ. ຊີ້​ນຳ​​ການ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ທີ່​ຂຶ້ນ​ກັບສິດ​ອ​​ຳນາດ​ຂອງ​ນະຄອນຢ່າງ​ຂ້ຽວຂາດ, ພ້ອມ​ທັງ ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ແນະ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງສ່ອງ​ແສງ, ​ແກ​້​ໄຂ​ຢ່າງ​ທັນ​ການ.”

 

 


ຂ່າວ/ບົດ​ອື່ນ