ຮອງປະທານປະເທດເຂົ້າຮ່ວມພິທີສະຫລຸບການແຂ່ງຂັນ, ຍ້ອງຍໍແຂວງ ກວາງນິງ

(VOVWORLD) - ເຂົ້າຮ່ວມ ແລະ ມອບລາງວັນທີ່ກອງປະຊຸມສະຫລຸບວຽກງານແຂ່ງຂັນ ຍ້ອງຍໍປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງແຂວງ ກວາງນິງ.
ຮອງປະທານປະເທດເຂົ້າຮ່ວມພິທີສະຫລຸບການແຂ່ງຂັນ, ຍ້ອງຍໍແຂວງ ກວາງນິງ - ảnh 1  ທ່ານນາງ ດັ້ງທິງອັກທິງ

ຕອນເຊົ້າວັນທີ 27 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນ - ຍ້ອງຍໍສູນກາງ ດັ້ງທິງອັກທິງ ໄດ້ເຂົ້າຮ່ວມ ແລະ ມອບລາງວັນທີ່ກອງປະຊຸມສະຫລຸບວຽກງານແຂ່ງຂັນ ຍ້ອງຍໍປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງແຂວງ ກວາງນິງ. ທ່ານນາງຮອງປະທານປະເທດ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນ - ຍ້ອງຍໍສູນກາງ ດັ້ງທິງອັກທິງ ຕີລາຄາວ່າ:

        “ກວາງນິງ ໄດ້ມີບັນດາບາດກ້າວບຸກທະລຸໃຫຍ່ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແຕ່ການພັດທະນານີ້ ພວກຂ້າພະເຈົ້າຕີລາຄາວ່າ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຂວງເທື່ອ. ດ້ວຍ 12 ໜ້າທີ່, ມາດຕະການໃນປີ 2018 ກໍ່ຄື 6 ໜ້າທີ່ໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ແລະ ວຽກງານຍ້ອງຍໍໃນໄລຍະຈະມາເຖິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ທາງແຂວງຈະສຸມໃສ່ຊີ້ນຳນຳພາ ເພື່ອປະຕິບັດໜ້າທີ່ ແລະ ມາດຕະການນັ້ນເປັນຢ່າງດີ.

ຮອງປະທານປະເທດເຂົ້າຮ່ວມພິທີສະຫລຸບການແຂ່ງຂັນ, ຍ້ອງຍໍແຂວງ ກວາງນິງ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ