ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເປັນປະທານພິທີສະເໜີຕົວຄະນະຈັດຕັ້ງ APPF – 26

(VOVWORLD) - ຕອນບ່າຍວັນທີ 3 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ເປັນປະທານພິທີສະເໜີຕົວຄະນະຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟີກ (APPF – 26). 
ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເປັນປະທານພິທີສະເໜີຕົວຄະນະຈັດຕັ້ງ APPF – 26 - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ

ຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ ປາຊີຟິກ ລວມມີສະມາຊິກ 16 ຄົນ, ໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເປັນຫົວໜ້າຄະນະຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ສະເໜີວ່າ ບັນດາສະມາຊິກຄະນະຈັດຕັ້ງ APPF – 26 ປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດຢ່າງເຂັ້ມງວດ; ຜັນຂະຫຍາຍແຜນຮ່າງການເມືອງ ທີ່ໄດ້ລາຍງານຕໍ່ກົມການເມືອງ, ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງເປີດສາກໜ້າທີ່ການທູດປີ 2018. ທ່ານຮອງປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາອະນຸກຳມະການກະກຽມໃຫ້ບັນດາການເຄື່ອນໄຫວ ກໍ່ຄືເນື້ອໃນໂຄງການດຳເນີນງານ APPF – 26 ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ກັບບັນດາລັດຖະສະພາພາກພື້ນ, ປັບປຸງກົນໄກເຈລະຈາ, ແລກປ່ຽນລະຫວ່າງບັນດາສະມາຊິກສະພາແຫ່ງຊາດ. ພ້ອມກັນນັ້ນ, ອະນຸກຳມະການພາລະທິການກະກຽມວຽກງານພາລະທິການຢ່າງຮີບດ່ວນ, ຮັບປະກັນຄວາມປອດໄພ ໃນໄລຍະດຳເນີນກອງປະຊຸມ; ອະນຸກຳມະການຖະແຫຼງຂ່າວຊີ້ນຳເປີດຊ່ອງຂໍ້ມູນຂ່າວສານຂອງກອງປະຊຸມ APPF – 26 ເພື່ອຮັບປະກັນການສະໜອງຂໍ້ມູນຂ່າວສານໃຫ້ຄົບຖ້ວນ, ຊັດເຈນ, ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ