​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ອວຍ​ພອນ​ບຸນ​ປີ​ໃໝ່ Chol Chnam Thmay ຢູ່ ເກີ່ນ​ເທີ

(VOVWORLD) -ຕອນບ່າຍວັນທີ 2 ເມສາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay ຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຢູ່ສະຖາບັນສົງ ນິກາຍມະຫາຍານ ຂະແມ ແລະ ວັດ Munirensay ຢູ່ນະຄອນ ເກີ່ນເທີ.
​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ອວຍ​ພອນ​ບຸນ​ປີ​ໃໝ່ Chol Chnam Thmay ຢູ່ ເກີ່ນ​ເທີ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະ ພົບປະ, ອວຍພອນບຸນປີໃໝ່ Chol Chnam Thmay (ພາບ: VOV)

        ກ່າວຄຳເຫັນທີ່ສະຖານທີ່ຢ້ຽມຢາມຕ່າງໆນັ້ນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຫວັງວ່າ ໃນໄລຍະຈະມາເຖິງ ການນຳນະຄອນ ເກີ່ນເທີ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວເຜົ່າຂະແມໃນບໍລິເວນ ມີຊີວິດການເປັນຢູ່ທີ່ດີ; ໜູນຊ່ວຍ, ເບິ່ງແຍງດູແລການຜະລິດ, ດຳເນີນທຸລະກິດເພື່ອເພີ່ມລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ.

        ບັນດາພະມະຫາອາຈານ, ພະອາຈານໃຫຍ່, ອາຈານ, ພະສົງສຳມະເນນ ສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນເຜົ່າຂະແມ ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ ແລະ ປະຕິບັດບັນດາບັ້ນຂົນຂວາຍປຸກລະດົມ, ໂດຍສະເພາະແມ່ນການຂົນຂວາຍໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ.

        ເນື່ອງໃນໂອກາດນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະປະຕິບັດງານສູນກາງ, ການນຳນະຄອນ ເກີ່ນເທີ ໄດ້ມອບຂອງຂວັນໃຫ້ພະມະຫາອາຈານພະອາຈານໃຫຍ່, ອາຈານ, ພະສົງສຳມະເນນ ຢູ່ສະຖານທີ່ບູຊາທາງສາສະໜາແຫ່ງຕ່າງໆ ແລະ ບັນດາຄອບຄົວຊາວເຜົ່າຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ເກີ່ນເທີ.

ຕອບກັບ

ຂ່າວ/ບົດ​ອື່ນ