ຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບອະດີດເລຂາທິການໃຫຍ່ IPU

(VOVWORLD) - ຕອນຄ່ຳວັນທີ 05 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານອະດີດເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU) Anders Johnsson ທີ່ພວມຢ້ຽມຢາມຫວຽດນາມ.

ຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບອະດີດເລຂາທິການໃຫຍ່ IPU - ảnh 1ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ

ຕ້ອນຮັບທ່ານອະດີດເລຂາທິການໃຫຍ່ IPU, Anders Johnsson 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ, ໃນໄລຍະເກືອບ 40 ປີທີ່ເປັນສະມາຊິກຂອງ IPU, ສະພາແຫ່ງຊາດຫວຽດນາມ ແລະ IPU ໄດ້ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ບັນດາການໜູນຊ່ວຍ, ຮ່ວມມືຂອງ IPU ເວົ້າລວມ ແລະ ທ່ານ Anders Johnsson ເອງເວົ້າສະເພາະ ໄດ້ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ ປະຕິບັດສຳເລັດຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ປາດຖະໜາວ່າ, ທ່ານອະດີດເລຂາທິການໃຫຍ່ IPU ຈະມີຫຼາຍໂອກາດທີ່ມາຢ້ຽມຢາມຫວຽດນາມ, ມີການປະກອບຄຳເຫັນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຫຼາຍກວ່າອີກ.

        ສ່ວນທ່ານອະດີດເລຂາທິການໃຫຍ່ IPU, Anders Johnsson ປາດຖະໜາວ່າ ຈະສືບຕໍ່ມາຢ້ຽມຢາມຫວຽດນາມ ຫຼາຍກວ່າອີກ ເພື່ອສືບຕໍ່ສະໜັບສະໜູນ, ແບ່ງປັນກັບສະພາແຫ່ງຊາດຫວຽດນາມ ບັນດາບົດຮຽນ, ຄວາມຮູ້ດ້ານການທູດລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ