ຮອງປະທານສະພາ ແຫ່ງຊາດຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງດ້ຽນບຽນ

ຮອງປະທານສະພາ ແຫ່ງຊາດຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງດ້ຽນບຽນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ
(ພາບປະກອບ)

(vovworld) – ​ໃນ​ການ​ຢ້ຽມຢາມ​​ເມື່ອ​ວັນ​ທີ 16/12, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ແຂວງ ດ້ຽນບຽນ ສຸ​ມ​ໃສ່​ພັດທະນາ​ເສດຖະກິດ, ການ​ຄ້າ, ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຕັ​ກ​ເຕືອນ​ໃຫ້ ດ້ຽນບຽນ ສຸມ​ໃສ່​​ວຽກ​ງານ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ເມືອງ​ເຂດ​ຊາຍ​ແດນ, ​ເມືອງ​ໃໝ່. ​ແຂວງ​ກໍ່​ຄວນ​ສ້າງ​ລະບົບ​ການ​ເມືອງ​ໜັນ​ແໜ້ນ, ຍູ້​ແຮງ​ວຽກ​ງາ​ນພົວພັນ​ຕ່າງປະ​ເທ​ດ ກັບ​ບັນດາ​ປະ​ເທດ​ມີເສັນ​ຊາຍ​ແດນ​ຮ່ວມ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ, ​​ອາ​ໄລ​ຫາບັນ​ດາ​ນັກຮົບວິລະ​ຊົນ​ທີ່​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່ເຂດສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເອກະລາດ, ຕາ​ແສງ ​ແທງ​ເນືອ, ​ເມືອງ ດ້ຽນບຽນ.

    ຕາ​ມແຜນການ​ແລ້ວ, ວັນ​ທີ 17/12, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄປ​ກວດກາ​ສະພາບ​ການ​ຕົວ​ຈິງ ​ແລະ ​ເຮັດ​ວຽກ​ກັບ​ອຳນາດ​ການ​ປົກຄອງ​ເມືອງ ​ເມື່ອ​ງ​ແຍ໋.


ຂ່າວ/ບົດ​ອື່ນ