ຮອງປະທານສະພາເລືອກຕັ້ງແຫ່ງຊາດຫງວຽນທ້ຽນເຍີນກວດກາວຽກງານເລືອກຕັ້ງຢູ່ແຂວງດົ່ງນາຍ

ຮອງປະທານສະພາເລືອກຕັ້ງແຫ່ງຊາດຫງວຽນທ້ຽນເຍີນກວດກາວຽກງານເລືອກຕັ້ງຢູ່ແຂວງດົ່ງນາຍ - ảnh 1
ທ່ານ ຫງວຽນທ້ຽນ​ເຍີນ​ເຮັດ​ວຽກ​ກັບ​
ຄະນະ​ກຳມະການ​ເລືອກ​ຕັ້ງ​ແຂວງ ດົ່ງ​ນາຍ
(ພາບ: baomoi.com)

(vovworld) - ວັນ​ທີ 21/04, ຄະນະ​ປະຕິບັດ​ງານ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໂດຍ​ທ່ານ ຫງວຽນທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮອງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຂວງ ດົ່ງ​ນາຍ ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ດົ່ງ​ນາຍ ຄວນ​ເອົາ​ໃຈ​ໃສ່​ເປັນພິ​ເສດ​ວຽກ​ງານ​ສົມທົບ​ກັນ​ລະຫວ່າງ​ບັນດາ​ຂະ​ແໜງ​ການ ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ແກ້​ໄຂການ​ຮ້ອງທຸກຮ້ອງ​ຟ້ອງ. ພ້ອມ​ກັນ​ນັ້ນ, ​ແຂວງ ດົ່ງ​ນາຍ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃຫ້​ເໝາະ​ສົມ​ກັບ​ຫລາຍ​ເປົ້າ​ໝາຍ ພິ​ເສດ​ແມ່ນ​ກັບຊາວ​ກຳມະກອນ ​ແລະ ປະຊາຊົນຜູ້​ເຊື່ອ​ຖື​ສາ​ສະໜາ.

ຂ່າວ/ບົດ​ອື່ນ