ຮອງປະທານສະພາແຫ່ງ ຊາດອວງຈູລຶວເຮັດວຽກ ຢູ່ແຂວງກອນຕູມ


ຮອງປະທານສະພາແຫ່ງ ຊາດອວງຈູລຶວເຮັດວຽກ ຢູ່ແຂວງກອນຕູມ - ảnh 1 
ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງ​ຈູ​ລຶວ

(ພາບ: vtv9.com.vn/)

(vovworld)- ​ຕອນ​ເຊົ້າ​ວັນ​ທີ 4/8, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ພອ້ມດ້ວຍ​ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ ​ໄດ້​ໄປ​ກວດກາ​ສະພາບ​ການ​ປະຕິ​ບັດຍຸດ​ທະ​ສາດການ​ປະຕິ​ຮູບຕຸລາການ​ຮອດ​ປີ 2020 ຂອງ​ແຂວງ​ກອນ​ຕູມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ​ໃສ່​ໃຈ​ວ່າ ແຂວງ​ກອນ​ຕູມ ຕ້ອງຕິດ​ພັນ​ວຽກ​ງານ​ສື​ບສວນ ​​ແລະ ສືບສອດ​ແນມ. ​ໃນ​ການ​ເຄື່ອນ​ໄຫວ​ສືບສວນ, ບົດບາດ​ຂອງ​ອົງການ​ໄອ​ຍະ​ການ​ແມ່ນ​ແມ່ນ​ເຂົ້າຮ່ວມ​ນັບ​ແຕ່​ເບື້ອງ​ຕົ້ນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ທະນາຍຄວາມ​​ເຂົ້າຮ່ວມ​ແຕ່​ເບື້ອງຕົ້ນ.

  ​ໃນວັນດຽວ​ກັນ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ໄຕ​ງງວຽນ ​ໂດຍ​ທ່ານ​ເຈິ່ນຫວຽດຮຸ່ງ ຮອງ​ຫົວໜ້າ​ຜູ້​ປະຈຳຄະນະ​ຊີ້​ນຳ​ໄຕ​ງວຽນ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຮັດ​ວຽກ​ກັບ​ແຂວງ​ກອນ​ຕູມ​ກ່ຽວ​ກັບ​ສະພາບ​ປະຕິບັດ​ແຜນ​ນະ​ໂຍບາຍ, ການ​ຄຸ້ມ​ຄອງ, ປົ​ກປັກ​ຮັກສາ ​ແລະ ພັດທະນາ​ປ່າ. ທ່ານ​ເຈິ່ນຫວຽດຮຸ່ງ​ໃສ່​ໃຈ​ວ່າ: ​ແຂວງ​ກອນ​ຕູມ ຕ້ອງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ໄຟ​ໄໝ້ ​ແລະ ມອດ​ໄຟ​ໄຫມ້ປ່າ; ຍູ້​ແຮງ​ບົດບາດ, ຄວາມ​ຮັບ​ຜິດ​ຊອບຂອງ​ກຳລັງ​ກວດກາ​ປ່າ, ປະຕິບັດ​ວຽກ​ງານ​ວັດ​ແທກ, ປັກ​ຫຼັກ​ໝາຍ​ທີ່​ດິນ​ປູກ​ປ່າ./.

ຂ່າວ/ບົດ​ອື່ນ