ຮອງປະທານສະພາແຫ່ງຊາດ Huynh Ngoc Son ຕ້ອນຮັບ ປະທານກຳມາທິການການເງິນ ກຳປູເຈຍ

 ຮອງປະທານສະພາແຫ່ງຊາດ Huynh Ngoc Son ຕ້ອນຮັບ  ປະທານກຳມາທິການການເງິນ ກຳປູເຈຍ  - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ  Huynh Ngoc Son ຕ້ອນຮັບ​ທ່ານ Chea Cheath  ປະທານ​ກຳມາ​ທິການ​ການ​ເງິນ ກຳປູ​ເຈຍ
ພາບ:daibieunhandan.vn


 (vovworld) - ທີ່​ການ​ຕ້ອນຮັບ​ທ່ານ Chea Cheath  ປະທານ​ກຳມາ​ທິການ​ການ​ເງິນ ກຳປູ​ເຈຍ ​ໃນຕອນ​ບ່າຍ​ວັນ​ທີ 28/8 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Huynh Ngoc Son ​ໄດ້​ຢືນຢັນ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​​ເພື່ອໃຫ້​ແກ່​ຄົນ​ລຸ້ນຫລັງ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ, ​ເສີມ​ຂະຫຍາຍ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Huynh Ngoc Son ​ໄດ້​ເນັ້ນ​ຫນັກ​ວ່າ: ອົງການ​ນິຕິບັນຍັດ​ສອງ​ປະ​ເທດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​ກອບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ​​ເພື່ອໃຫ້​​ການ​ພົວພັນ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ທັງ​ສອງ​ຝ່າຍ. ສອງ​ຝ່າຍ​ໄດ້​ສົ່ງ​ຄະນະຜູ້​ແທນ​ຂັ້ນ​ສູງ​​ຫລາຍ​ຄະນະໄປ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ນິຕິບັນຍັດ, ຕິດຕາມ​ກວດກາ, ຕົກລົງ​ຫລາຍ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ ສອງ​ຝ່າຍ​ກໍ​ມີ​ສຽງ​ເວົ້າ​ລວມ, ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ