ຮອງປະທານສະພາແຫ່ງຊາດ Tong Thi Phong ຕ້ອນຮັບຄະນະຜູ້ແທນ ຕຳຫຼວດດີເດັ່ນ

ຮອງປະທານສະພາແຫ່ງຊາດ Tong Thi Phong ຕ້ອນຮັບຄະນະຜູ້ແທນ ຕຳຫຼວດດີເດັ່ນ - ảnh 1
ພາບປະກອບ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​​ແຫ່ງ​ການ​ປະຕິວັດ​ເດ​ືອນ 8 ​ແລະ ວັນ​ມູນ​ເຊື້ອ​ກຳລັງ​ຕ​ຳຫຼວດປະຊາຊົນ (19/8/1945 – 19/8/2012), ຕອນ​ບ່າຍ​ວັນ​ທີ 17/8, ຢູ່​ສຳ​ນັກ​ງານ​ຫ້ອງ​ວ່າການສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Tong Thi Phong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຕຳຫຼວດ​ດີ​ເດັ່ນ ທີ່ມານະ​ຄອນ​ຫຼວງ ຮ່າ​ໂນ້ຍ ​ເພື່ອ​ລາຍ​ງານ​ຜົນງານ​ຕໍ​ລຸງ​ໂຮ່ ​ແລະ ​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ​ສັນລະ​ເສີນ​ “ຊາວ​ໜຸ່ມ​ຕຳຫຼວດ ດີ​ເດັ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລຸງ ​ໂຮ່: ​ສະຫຼະ​ຊີວິດເພື່ອ​ປະ​ເທດ​ຊາດ, ​ຮັບ​ໃຊ້ປະຊາຊົນ” ປີ 2012. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ສະ​ເໜີ​ໃຫ​້ຊາວ​ໜຸ່ມ​ຕຳຫຼວດ ຄວນ​ສືບ​ຕໍ່​ຍົກ​ສູງ​ສະຕິ​ຕືນຕົວ​ຕໍ່​ກົນອຸບາຍ, ​ເລ່ຫຼ່ຽ​ມຂອງ​ບັນດາກຳລັງ​ທີ່​ເປັນ​ປໍ​ລະ​ປັກ ທີ່​ຫວັງມ້າງ​ທຳລາຍ​ປະ​ເທດ​ຊາດ, ຍົກສູງ​ສະຕິ​ຮັບຜິ​ດຊອບ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຊາບ​ຊຶມຄຳ​ສັ່ງສອນ 6 ຂໍ້​ຂອງລຸງ​ໂຮ່ທີ່​ມີ​ຕໍ່​ຕຳຫຼວດ​ປະຊາຊົນ, ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິ​ນ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເວົ້າ​ວ່າ:

“ຫວັງ​ວ່າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ດ້ວຍ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ ຫົວຄິດ​ປະດິດ​ສ້າງຂອງ​ວຽກ​ງານ​ສ້າງ​ກຳລັງ​ຕຳຫຼວດ, ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ໃນ​ກຳລັງ​ຕຳຫຼວດ, ບັນດາ​ສະ​ຫາຍ​ຈະ​ສືບ​ຕໍ່​ສະຫຼຸບ ​ແລະ ທະວີ​ຄຸນ​ບັນດາ​ແບບຢ່າງ, ​ທີ່​ດີ​​ເດັ່ນ​ເພື່ອ​ໂຄສະນາ, ສຶກສາ​ໃນ​ກຳລັງ ​ແລະ ຂະ​ບວນການ​ປົກ​ປັກ​ຮັກສາຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຫວັງ​ວ່າ:​ເມື່ອບັນດາ​ສະຫາຍບັນລຸ​ໄດ້ຜົນ​ງານ​ແລ້ວ, ຈະຕ້ອງ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ, ຕິດ​ພັນ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ທ້ອງ​ຖີ່​ນ ​ແລະ ສ້າງ​ກຳລັງ​​ໃຫ້ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ”

ຂ່າວ/ບົດ​ອື່ນ