ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ - ảnh 1

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະ​ທານ​ສະພາ​ແຫ່ງ​ຊາດລາວ

(ພາບqdnd.vn)

( vovworld ) – ຕອນ​ບ່າຍວັນ​ທີ 21/4, ທ່ານ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Uong Chu Luu ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຂັ້ນສູງ​ສະພາ​ແຫ່ງ​ຊາດ​ລາວ ນຳ​ໂດຍ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະ​ທານ​ສະພາ​ແຫ່ງ​ຊາດລາວ ​ເປັນ​ຫົວໜ້າ​ຄະນະ ​ຊື່​ງ​ໄດ້ມາ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ. ທ່ານ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Uong Chu Luu ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ເຫດການ​ນີຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ກໍ່​ຄື​ສອງ​ປະ​ເທດ​ຫວຽດນາມ-ລາວ ຍີ່​ງກ່ວາ​ອີກ. ສວ່ນທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະ​ທານ​ສະພາ​ແຫ່ງ​ຊາດລາວ ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຈະ​ຈັດ​ກອງ​ປະຊຸມ​ສຳ​ເລັດ​ຜົນ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ຊຸກຍູ້​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ,  ຄວາມ​ສາມັກຄີ​ແບບ​ພິ​ເສດ, ​ການ​ຮ່ວມ​ມື​ຮອດ​ບດ້ານ ຫວຽດນາມ-ລາວ

 

 

 

 

ຂ່າວ/ບົດ​ອື່ນ