ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສປຊ ປະຈຳ ຫວຽດນາມ

(VOVWORLD) - ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີ ແລະ ແມ່ນປະເທດທີສອງໃນໂລກໃຫ້ສັດຕະຍາບັນສົນທິສັນຍາສາກົນ ກ່ຽວກັບສິດທິດເດັກ
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສປຊ ປະຈຳ ຫວຽດນາມ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ແລະ ທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ

 ຕອນບ່າຍວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນເດັກໂລກຄືວັນທີ 20 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕ້ອນຮັບຄະນະຜູ້ແທນກອງທຶນເພື່ອເດັກ ສປຊ (Unicef) ໂດຍທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ ນຳໜ້າ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນວຽກງານເບິ່ງແຍງເດັກ. ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີ ແລະ ແມ່ນປະເທດທີສອງໃນໂລກໃຫ້ສັດຕະຍາບັນສົນທິສັນຍາສາກົນ ກ່ຽວກັບສິດທິເດັກ. ເລື່ອງເບິ່ງແຍງດູແລເດັກຢູ່ ຫວຽດນາມ ພວມໄດ້ຮັບການປະຕິບັດຢ່າງຮອບດ້ານ, ພວກເດັກຢູ່ເຂດຊາຍແດນ, ທະເລໝູ່ເກາະ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

        ສ່ວນທ່ານ Youssouf Abdel Jelil, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ ຢັ້ງຢືນວ່າ: ກອງທຶນເພື່ອເດັກ ສປຊ ຍາມໃດກໍ່ກຽມພ້ອມພ້ອມກັບ ຫວຽດນາມ ແກ້ໄຂບັນດາບັນຫາກ່ຽວກັບເດັກເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ