ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍງວຽນ

(VOVWORLD) - ວັນທີ 11 ມິຖຸນາ ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ນຳໜ້າ ໄດ້ວາງພວງມະລາ, ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ທີ່ອານຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ທ໋າຍງວຽນ
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍງວຽນ - ảnh 1ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍງວຽນ (ພາບ: ຫວຽດນາມ+) 

ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມອບເງິນ 25 ລ້ານດົ່ງໃຫ້ຄະນະກຳມະການປະຊາຊົນເມືອງ ດ້າຍຕື ເພື່ອປະກອບສ່ວນໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ທະຫານເສຍອົງຄະທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນ 5 ພຸດໃຫ້ແກ່ບັນດາຄອບຄົວນະໂຍບາຍຢູ່ທ້ອງຖິ່ນ ແລະ ບັນດາຂອງຂວັນທີ່ມີຄວາມໝາຍອື່ນໆໃຫ້ຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບເຂດປອດໄພດິງຮ໋ວາ.

        ແລະກໍ່ໃນວັນທີ 11 ມິຖຸນາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາໄລເສດຖະກິດ - ການເງິນ ແລະ ເຕັກໂນໂລຊີ ທ໋າຍງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ