ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ເຮັດວຽກກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ

(VOVWORLD) - ວັນທີ 08 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸງກວກຫຽນ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ມີການພົບປະ ແລະ ເຮັດວຽກກັບຜູ້ຕ່າງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ
ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ເຮັດວຽກກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ - ảnh 1ທ່ານ ຟຸ່ງກວກຫຽນ ເຮັດວຽກກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ

ຮັບຮູ້ບັນດາຄຳເຫັນທີ່ປະກອບຢ່າງສຸດຈິດສຸດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ, ທ່ານ ຟຸງກວກຫຽນຢືນຢັນວ່າ: ການນຳພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຫ່າງໄກກັບປະເທດ ແມ່ນພາກສ່ວນໜຶ່ງຂອງປະເທດຊາດ ແລະ ຍາມໃດກໍ່ມີບັນດານະໂຍບາຍ ເພື່ອແນໃສ່ສ້າງຄວາມສາມັກຄີລະຫວ່າງພໍ່ແມ່ປະຊາຊົນພາຍໃນ ແລະ ຕ່າງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ກໍ່ຢືນຢັນວ່າ ການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ ຕໍ່ປະເທດຊາດ ແມ່ນລ້ຳຄ່າທີ່ສຸດ. ທ່ານ ຟຸງກວກຫຽນ ປາດຖະໜາວ່າ ສືບຕໍ່ໄດ້ຮັບຄຳປະກອບຄຳຄດເຫັນ ແລະ ສ້າງສັນຢ່າງສຸດຈິດສຸດໃຈຈາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຝະລັ່ງ ໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ