ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ເຮັດວຽກຢູ່ແຂວງຈ່າວິງ

ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ເຮັດວຽກຢູ່ແຂວງຈ່າວິງ - ảnh 1
(ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ
ເຮັດວຽກຢູ່ແຂວງຈ່າວິງ)

(vovworld) - ວັນ​ທີ 05/09, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກຳ​ມາ​ທິ​ການ​ປະ​ຈຳສະ​ພາ​ແຫ່ງ​ຊາດ ໂດຍ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງ​ກ໋ວກ​ຫຽນ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ມີ​ກາ​ນ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຈ່າວິງ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ໂຄງ​ການ​ຈຸດ​ໝາຍກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງ​ກ໋ວກ​ຫຽນ ສະ​ເໜີ​ໃຫ້​ແຂວງ ສຸ​ມໃສ່​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ເຂດທຳ​ການຜະ​ລິດ ຕາມ​ທິດ​ເປັນສິນ​ຄ້າ ແລະ ຍົກ​ສູ​ງ​ລະ​ບົບ​ມູນ​ຄ່າ​ເພີ່ມ. ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຂວງ ຈ່າ​ວິງ ຄວນ​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນສຳ​ລັບທ້ອງ​ຖິ່ນທີ່​ມີ​ລັ​ກ​​ສະ​ນະ​ພິ​ເສດ.

ຂ່າວ/ບົດ​ອື່ນ