ຮອ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ລາວ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ຮ​ວ່າ​ບິ່ງ

(VOVWORLD) -ທ່ານນາງ ສູນທອນ ໄຊຍະຈັກ ຢາກໃຫ້ສອງຝ່າຍ ສືບຕໍ່ເສີມຂະຫຍາຍມູນເຊື້ອຜູກພັນ ແລະ ການພົວພັນການທູດຢ່າງເລິກເຊິ່ງກວ້າງຂວາງ, ທ່ານນາງ ຫວັງວ່າ ສອງປະເທດ ລາວ - ຫວຽດນາມ ຈະສືບຕໍ່ຮັກສາການພົວພັນສັດຊື່ບໍລິສຸດ, ຜຸດຜ່ອງ. 
ຮອ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ລາວ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ຮ​ວ່າ​ບິ່ງ - ảnh 1ການນຳແຂວງ ຮວ່າບິ່ງ ມອບຄ້ອງ - ສັນຍາລັກແຫ່ງສັນຕິພາບ ໃຫ້ແກ່ສະພາແຫ່ງຊາດ ລາວ (ພາບ: baohoabinh.com.vn)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ (ແຕ່ວັນທີ 19 – 22 ກໍລະກົດ), ວັນທີ 21 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດລາວ, ປະທານກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ລາວ - ຫວຽດນາມ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮວ່າບິ່ງ. ທີ່ການເຮັດວຽກ, ທ່ານນາງ ສູນທອນ ໄຊຍະຈັກ ຢາກໃຫ້ສອງຝ່າຍ ສືບຕໍ່ເສີມຂະຫຍາຍມູນເຊື້ອຜູກພັນ ແລະ ການພົວພັນການທູດຢ່າງເລິກເຊິ່ງກວ້າງຂວາງ, ທ່ານນາງ ຫວັງວ່າ ສອງປະເທດ ລາວ - ຫວຽດນາມ ຈະສືບຕໍ່ຮັກສາການພົວພັນສັດຊື່ບໍລິສຸດ, ຜຸດຜ່ອງ. ທ່ານນາງສະແດງຄວາມເປັນກຽດ ເມື່ອໄດ້ໄປຢ້ຽມຢາມຮ່ອງຮອຍປະຫວັດສາດປະຕິວັດ “ສະຖານທີ່ຝືກຝົນທາງດ້ານການເມືອງ ແລະ ຈັດກອງປະຊຸມກະກຽມກອງປະຊຸມໃຫຍ່ຄັ້ງທີ 2, ພັກປະຊາຊົນ ລາວ” ຢູ່ກອງບັນຊາການທະຫານແຂວງ ຮວ່າບິ່ງ. 

        ທ່ານ ໂງວັນຕວ໊ນ ເລຂາພັກແຂວງ ຮວ່າບິ່ງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ແຂວງຈະສືບຕໍ່ໃຫ້ບຸລິມະສິດ, ເອົາໃຈໃສ່ຊຸກຍູ້ການພົວພັນມິດຕະພາບ, ຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ; ເສີມຂະຫຍາຍໝາກຜົນການຮ່ວມມືທີ່ບັນລຸໄດ້ກວ່າອີກ, ເປີດກວ້າງໄປສູ່ຂົງເຂດໃໝ່, ຂຸດຄົ້ນກາລະໂອກາດ, ຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ. ຮວ່າບິ່ງ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ແລກປ່ຽນການຮ່ວມມືລະຫວ່າງການຈັດຕັ້ງພັກ, ອົງການວິຊາສະເພາະຂອງແຂວງກັບບັນດາແຂວງ, ນະຄອນຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ