ຮອງປະທານສະພາແຫ່ງຊາດ ຫວຽດນາມ Nguyen Thi Kim Ngan ຢ້ຽມຢາມແຂວງ Ben Tre

ຮອງປະທານສະພາແຫ່ງຊາດ ຫວຽດນາມ Nguyen Thi Kim Ngan ຢ້ຽມຢາມແຂວງ Ben Tre - ảnh 1

ທ່ານ​ນາງ Nguyen Thi Kim Ngan  ​ວາງ​ພວງມາລາ​ຢູ່ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ຢູ່​ແຂວງ Ben Tre

(ພາບ:daibieunhandan.vn)​

( vovworld ) – ວັນ​ທີ 9/7, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ Ben Tre ​ແລະ ​ເຂົ້າຮ່ວມ​ວາ​ລະ​ໄຂກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ປະຊາຊົນ​ແຂວງ​ຊຸດ​ທີ 8 (ອາຍຸ​ການ 2011-2016). ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​​ໄດ້​ແຈ້ງ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ໝາກຜົ​ນຂອງກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ທີ່ຫາ​ກໍ່​ສີ້​ນສຸ​ດລົງ; ​ໃນ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້ປຶກສາ​ຫາລື, ຕັດສິນ​ຫຼາຍ​ບັນຫາ​ຊື່​ງໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼາຍ​ຄົນ​ຄື​: ​ແກ້​ໄຂ​ບັນດາ​ການ​ຮ້ອງທຸກ, ກ່າວ​ຟ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ​ໂດຍພື້ນຖານ, ສຳ​ເລັດ​ເລື່ອງ​ອອກໃບ​ຕາດິນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດໃສ່​ໃຈ​ວ່າ ການ​ນຳ​ແຂວງ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ມະຕິ, ​ໂຄງການ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ໃຫ້​ເປັນ​ຢ່າງ​ດີ; ​ເອົາ​ໃຈ​ໃສ່​ຊອກ​ຫາ​ສົ້ນອອກ​ໃຫ້​ແກ່​ຜະລິດ​ຕະພັນ, ສິນຄ້າ​ຂອງ​ແຂວງ, ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ຈາກໝາກ​ພ້າວ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ກໍ່​ໃສ່​ໃຈ​ວ່າ ການ​ນຳ​ແຂວງ Ben Tre ຕ້ອງ​ປະຕິບັດ​ນະ​ໂຍບາຍຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ເປັນ​ຢ່າງ​ດີ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ເປົ້າໝາຍ​ນະ​ໂຍບາຍ, ຄອບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຄອບຄົວ​ທຸກ​ຍາກ ​ໄດ້​ຊົມ​ໃຊ້​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ພັກ, ລັດ.

 

 

 

ຂ່າວ/ບົດ​ອື່ນ