ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຜູ້ອຳນວຍການ UNDP ປະຈຳຫວຽດນາມ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຜູ້ອຳນວຍການ UNDP ປະຈຳຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Thi Kim Ngan
ຕ້ອນຮັບ​ທ່ານ​ນາງ Louise Chamberlain
(ພາບ: vietnamplus.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 12/9, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Louise Chamberlain, ຜູ້ອຳ​ນວຍການ​​ແຫ່ງ​ຊາ​ດ​​ອົງການ​ສະຫະ​ປະຊາ​ຊາດເພື່ອ​ການ​ພັດທະນາ (UNDP) ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Thi Kim Ngan ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່ການ​ໜູນ​ຊ່ວຍ, ​ໃຫ້​ບຸລິມະສິດ​ຂອງ UNDP ​​ແກ່​ຫວຽດນາມ ​ໃນ​ການ​​ເພືີ່ມທະວີການເຄື່ອນ​ໄຫວຢູ່ບັນດາ​ອົງການ​​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນໂດຍ​ປະຊາຊົນ​ເລືອກ​ຕັ້ງ, ສ້າງ​ກອບກົດໝາຍ, ປະຕິ​ຮູບ​ດ້ານ​ບໍລິຫານ, ຈັດ​​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ຄຸ້ມ​ຄອງ​​ການ​ເງິນ​ຂອງ​ລັດ. ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, UNDP ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ແກ່​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ພິ​ເສດ​ແມ່ນ​ໃຫ້​ຂໍ້​ສະ​ເໜີ​ແນະ​ໃນມາດ​ຕະການ​ຕ່າງໆ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊີວະ​ນາໆພັນ… ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Thi Kim Ngan ຢືນຢັນ​ວ່າ; ​​ໂດຍແມ່ນ​ສະມາຊິກ​ທີ່​ມີຄວາມ​ຮັບ​ຜິດ​ຊອບ​ຂອງ​ວົງ​ຄະນະ​ຍາດ​ສາກົນ, ຫວຽດນາມ ຕັດສິນ​ໃຈ​ປະຕິບັດ​ບັນດາ​​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ, ​ເພາະ​ສະ​ເນັ້ນ​ຈຶ່ງຕ້ອງການ​ ການ​ຊ່ວຍ​​ເຫຼື​ອຈາກປະຊາ​ຄົມ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​​ເຄື່ອນ​ໄຫວ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Thi Kim Ngan ​ເຊື່ອ​ໝັ້ນ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ນາງ Louise Chamberlain ສືບ​ຕໍ່​​ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິ່ງ​​ເຂົ້າ​ໃນການ​ພົວພັນ​ລະຫວ່າງ​ສະຫະ​ປະຊາ​ຊາດ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ