ຮອງປະທານສະພາແຫ່ງຊາດ ຫວຽດນາມ ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອິນເດຍ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອິນເດຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 22/2, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ມີ​ການ​ຕອບ​ສຳພາດ​ຕໍ່ສະຖານີ​ໂທລະພາບ​ສະພາ​ຕຳ່ ອິນ​ເດຍ (Lok Sabha Television). ​ເມື່ອ​ຖືກ​ຖາມ ກ່ຽວ​ກັບ​ສົງຄາມ​ຄັ້ງ​ຕ່າງໆ​ຢູ່ ຫວຽດນາມ ​ແລະ ​ເຂັດ​ລັບສຳ​ເລັດ​ຜົນ​ຂອງ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ  ຫງວຽນ​ທິກິມ​ເງິນ  ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ໄດ້​ຜ່ານ​ຜ່າ​ສົງຄາມ​ເປັນ​ທຳ​ຫຼາຍ​ຄັ້ງ ​ເພື່ອ​ຍາດ​ເອົາ​ເອກະລາດ, ​ເສລີພາບ ​ແລ້ວ​ກໍ່ຕາມ ​ແຕ່​ຍາມ​ໃດ ຫວຽດນາມ ກໍ່​ຕ້ອງ​ການມີ​ສັນຕິພາບ​ເພື່ອ​ພັດທະ​ນາ​ປະ​ເທດ​ຊາດ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິ​ດ ຫວຽດນາມ, ປະຊາຊົນ ຫວຽດນາມ ​ໄດ້​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ ​ແລະ ຮຳບາດ​ແຜ​ສົງຄາມ. ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ຫວຽດນາມ ບັນລຸ​ໄດ້ຜົນງານ​ສຳຄັນຫຼາຍ​ຢ່າງ. ພື້ນຖານ​ເສດຖະກິດ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ປຸກລະດົມ​ກຳລັງ​ແຮງ​ຂ​ອງທົ່ວ​ປວງ​ຊົນ,  ​ແລະ ລະດົມທຸກໆ​ແຫຼ່ງກຳລັງ​ເສດຖະກິດ ​ເພື່ອ​ພັດທະນາ​ນາ, ນັ້ນ​ແມ່ນ ​ເຂັດ​ລັບ.

        ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມືລະຫວ່າງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ອິນ​ເດຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຖື​ວ່າ: ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ ກໍ່​ຄື​ລະຫວ່າງ ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ແມ່ນ​ມີ​ຄວາມສະໜິດສະໜົມ​ທີ່​ສຸດ, ​ໃນ​ອະນາຄົດ ສາຍ​ພົວພັນ​ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ ​ແລ​ະ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການຮ່ວມ​ມື​ຫຼາຍ​ຢ່າງ, ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່ໄດ້​​ຮັບການເຊັນ​ໄປ​ແລ​້ວ.

ຂ່າວ/ບົດ​ອື່ນ