ຮອງປະທານສະພາແຫ່ງຊາດ ອວງຈູລິວ ຕ້ອນຮັບຄະນະປະຕິບັດງານກະຊວງການຕ່າງປະເທດ ກູບາ

(VOVWORLD) - ຕອນບ່າຍວັນທີ 14 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ໃຫ້ການຕ້ອນຮັບທ່ານ Alberto Blanco Silva ຫົວໜ້າກົມອາຊີ, ທະວີບມະຫາສະໝຸດ (ກະຊວງການຕ່າງປະເທດ ກູບາ) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຮອງປະທານສະພາແຫ່ງຊາດ ອວງຈູລິວ ຕ້ອນຮັບຄະນະປະຕິບັດງານກະຊວງການຕ່າງປະເທດ ກູບາ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ໃຫ້ການຕ້ອນຮັບທ່ານ Alberto Blanco Silva (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຕິດຕາມສະພາບຂອງ ກູບາ ແລະ ມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານສຳຄັນຂອງພັກ, ລັດ ແລະ ປະຊາຊົນ ກູບາ ບັນລຸໄດ້, ພິເສດ ແມ່ນໄດ້ອັບເດັດຮູບແບບການພັດທະນາເສດຖະກິດ. ທ່ານ ອວງຈູລິວ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນກັບ ກູບາ ບົນພື້ນຖານຄວາມໄວ້ເນືື້ອເຊື່ອໃຈດ້ານການເມືອງ ລະຫວ່າງ 2 ປະເທດ.

        ສ່ວນທ່ານ Alberto Blanco Silva ຫົວໜ້າກົມອາຊີ, ທະວີບມະຫາສະໝຸດ (ກະຊວງການຕ່າງປະເທດ ກູບາ) ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ກູບາ ຈະສືບຕໍ່ສຸມໃສ່ປັບປຸງລັດຖະທຳມະນູນ. ສະນັ້ນ, ໃນການປະຕິບັດງານຢູ່ ຫວຽດນາມ ຄັ້ງນີ້, ຄະນະໄດ້ພົບປະກັບບັນດານັກຊ່ຽວຊານ ຫວຽດນາມ ທີ່ມີປະສົບການຫລາຍຢ່າງ ເພື່ອຖອດຖອນບົດຮຽນດ້ານນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ