ຮອງປະທານສະພາແຫ່ງຊາດ ອວງຈູລືວ ຢ້ຽມຢາມ Azerbaijan

ຮອງປະທານສະພາແຫ່ງຊາດ ອວງຈູລືວ ຢ້ຽມຢາມ Azerbaijan - ảnh 1
ປະທານສະພາແຫ່ງຊາດ Azerbaijan ຕ້ອນຮັບ ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ
(ພາບ: TTXVN)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 26-28/6, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໂດຍ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ  ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ສາທາລະນະ​ລັດ Azerbaijan ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ Azerbaijan, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ… ນີ້​ແມ່ນ​ການ​ຢ້ຽມຢາມ Azerbaijan ຄັ້ງ​ທຳ​ອິດ​ຂອງຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພາຍຫຼັງ 20 ປີ ນັບ​ແຕ່​ປະ​ເທດ​ນີ້​ປະກາດ​ເອກະລາດ. ຝ່າ​ຍ Azerbaijan ​ເນັ້ນ​ໜັກ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ​ສືບ​ຕໍ່​ພັດທະນາ​ກວ່າ​ອີກ, ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ສຳຄັນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ຕໍ່​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ສາກົນ ​ເຊິ່ງສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເປັນ​ສະມາຊິກ.

 

 

ຂ່າວ/ບົດ​ອື່ນ