ຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຮ່ວມການພົບປະລະຫວ່າງບັນດາການນຳ AIPA - ອາຊຽນ ຢູ່ ໄທ

(VOVWORLD) -  ໃນລະຫວ່າງວັນທີ 22 – 23 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຈະເຂົ້າຮ່ວມການພົບປະກັບການນຳ AIPA - ອາຊຽນ, ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ມີບັນດາການພົບປະ 2 ຝ່າຍກັບປະທານວຸດທິສະພາ ແລະ ສະພາຜູ້ແທນລາຊະດອນ ໄທ ແລະ ບັນດາຫົວໜ້າຄະນະ AIPA ອື່ນທີ່ເຂົ້າຮ່ວມກອງປະຊຸມ.

ໃນລະຫວ່າງວັນທີ 20 – 23 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການພົບປະການນຳສະມັດຊາໃຫຍ່ລັດຖະສະພາຮ່ວມມືບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ AIPA – ອາຊຽນ ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ດ້ວຍຫົວຂໍ້ວ່າ “ຊຸກຍູ້ຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ເຊິ່ງດຳເນີນຢູ່ ບາງກອກ, ປະເທດ ໄທ.

ຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຮ່ວມການພົບປະລະຫວ່າງບັນດາການນຳ AIPA - ອາຊຽນ ຢູ່ ໄທ - ảnh 1 ທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ (ພາບ: TTXVN)

        ຕອນເຊົ້າວັນທີ 21 ມິຖຸນາ, ທີ່ວາລະໄຂ ແລະ ກອງປະຊຸມກະກຽມຂອງບັນດາການນຳ AIPA ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ ພ້ອມທັງເປັນປະທານ AIPA. ການນຳສະພາແຫ່ງຊາດບັນດາປະເທດສະມາຊິກ AIPA ໄດ້ດຳເນີນການປຶກສາຫາລືກ່ຽວກັບສານຂອງ AIPA, ໃນນັ້ນ ຍົກອອກບັນດາບັນຫາສຳຄັນຂອງປະຊາຄົມ ອາຊຽນ ໃນສະພາບການໃໝ່, ເນັ້ນໜັກເຖິງບົດບາດຂອງ AIPA ໃນວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ ວິໄສທັດ 2025.

        ເຂົ້າຮ່ວມປະກອບຄຳເຫັນທີ່ວາລະເຮັດວຽກຕ່າງໆ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຖືວ່າ: ການຮ່ວມມືລະຫວ່າງ ອາຊຽນ ແລະ AIPA ຄວນໄດ້ຮັບການປັບປຸງຢ່າງແໜ້ນແຟ້ນພາຍໃນກຸ່ມ ກໍ່ຄືກັບບັນດາຄູ່ຮ່ວມມືຂອງ ອາຊຽນ ແລະ AIPA, ອີງໃສ່ຜົນປະໂຫຍດລວມໃຫ້ແກ່ອະນາຄົດທີ່ສົດໃສກ່ວາ, ໝັ້ນຄົງກ່ວາ, ດ້ວຍປະຊາຊົນເປັນໃຈກາງ.

        ໃນລະຫວ່າງວັນທີ 22 – 23 ມິຖຸນາ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຈະເຂົ້າຮ່ວມການພົບປະກັບການນຳ AIPA - ອາຊຽນ, ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ມີບັນດາການພົບປະ 2 ຝ່າຍກັບປະທານວຸດທິສະພາ ແລະ ສະພາຜູ້ແທນລາຊະດອນ ໄທ ແລະ ບັນດາຫົວໜ້າຄະນະ AIPA ອື່ນທີ່ເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ