ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນສະມາຄົມອະດີດນັກໂທດຮັກຊາດແຂວງກວາງນາມ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນສະມາຄົມອະດີດນັກໂທດຮັກຊາດແຂວງກວາງນາມ - ảnh 1
ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕ່ອງ​ທິຟ໋ອງ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ອະດີດນັກ​ໂທດ​ຮັກ​ຊາດ​ແຂວງ​ກວາງ​ນາມ
(ພາບ: An Đăng/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 8/8, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ແດງ​ຄວາມ​ພາກພູມ​ໃຈ ​ແລະ ຄວາມ​ເຄົາລົບນັບຖື​ຕໍ່​ບັນດາ​ນັກຮົບ​ປະຕິວັດ​ທີ່ອົງອາດ​ກ້າຫານ​ທີ່​ໄດ້​ປະ​ກອບກຳລັງ​ເຫື່ອ​ແຮງ, ພູມ​ປັນຍາ, ​ເສຍສະຫຼະ​ເລືອດ​ເນື້ອ​​ເພື່ອ​ພາລະກິດ​ເອກະລາດ, ​ເສລີພາບ​ຂອງ​ປ​ະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ ຍາມ​ໃດ​ກໍ່​ຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ຄຸນງາມຄວາມດີອັນ​ໃຫຍ່​ຫຼວງ​ຂອງ​ອະດີດ​ນັກ​ໂທດ​ຮັກ​ຊາດ, ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ທະຫານ​ເຈັບ​ປວຍ, ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຄອບຄົວ​ມີ​ຄຸນງາມຄວາມດີ​ກໍ່​ການ​ປະຕິວັດ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະ​ພາບ, ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ. ຊຸມ​ປີຜ່ານມາ, ພັກ, ລັດ​ໄດ້​ປະກາດ​ໃຊ້​ຫຼາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເພື່ອ​ໃຫ້​ບັນດາ​ຜູ້​ທີ່​​ເຂົ້າ​ຮ່ວມ​ການຕໍ່ສູ້​ໂດຍ​ກົງ, ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ມີ​ການ​ດຳລົງ​ຊີວິດ​​ທຽບ​ເທົ່າ ​ຫຼື ສູງ​ກ່ວາລະດັບ​ສະ​ເລ່ຍຢູ່​ທ້ອງ​ຖີ່​ນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ຕ່ອງ​ທິຟ໋ອງ ປາດ​ຖະໜາ​ວ່າ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ວິວັດທະນາ​ການ​ສົມທົບ​ການຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ, ​ແຂວງ ກວາງ​ຫງາຍ ​ແລະ ບັນດາ​ອົງການ​ກ່ຽວ​ຂ້ອງ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວາ, ກວດກາ, ​ແກ້​ໄຂ​ບັນດາ​ນະ​ໂຍບາຍ​ນີ້​ເປັນ​ຢ່າງ​ດີ.

 



ຂ່າວ/ບົດ​ອື່ນ