ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບສະມາຊິກສະພາແຫ່ງຊາດແດນມາກ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບສະມາຊິກສະພາແຫ່ງຊາດແດນມາກ - ảnh 1
ທ່ານ​ນາງ Eva Kjer Hansen ແລະ ທ່ານ​ນາງ ຕ່ອງ​ທິ​ຟ໋ອງ

(vovworld) - ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ ຕ່ອງ​ທິ​ຟ໋ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແດນ​ມາກ ໂດຍ​ທ່ານ​ນາງ Eva Kjer Hansen ເປັນ​ຫົວ​ໜ້າ​ຄະ​ນະ​ພວມ​ມີ​ການ​ຢ​້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ​ຮອງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາ​ດ ຕ່ອງ​ທິ​ຟ໋ອງ ເນ​ັ້​ນ​ໜັກ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ, ​ການປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​​ທີ່​ເປັນ​ມູນ​ເຊື້ອ​ກັບ ແດນ​ມາກ, ​ເປັນຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ຢູ່ ເອີ​ລົບ​ເໜືອ ໃນ​ສະ​ຫະ​ພາບ ເອີ​ລົບ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຫວັງ​ວ່າ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂອງ​ຄະ​ນະ​ກ​ຳ​ມາ​ທິ​ການ​ສະ​ເພາະ​ກິດ ແລະ ສົມ​ທົບ​​ກັ​ນເປັນ​ຢ່າງ​ດີ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ທີ່​ທັງ 2 ປະ​ເທດ​ເປັນ​ສະ​ມາ​ຊິກ.

        ສ່ວນ​ທ່ານ​ນາງ Eva Kjer Hansen ຢັ້ງ​ຢືນ​ວ່າ: ແດນ​ມາກ ​ພ້ອມແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ທີ່ ຫວຽດ​ນາມ ພວ​ມ​ເອົາ​ໃຈ​ໃສ່, ໃນ​ນັ້ນ​ມີ​ການ​ລົງ​ທຶນ​ໃຫ້​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ຊຸກ​ຍູ້​ການ​ເຕີບ​ໂຕ​ຂຽວ ແລະ ​ການຮັບ​ມື​ກັບ​ກາ​ນ​ປ່ຽນ​ແປງຂອງ​ດິນ​ຟ້າອ​າ​ກາດ.

 


ຂ່າວ/ບົດ​ອື່ນ