ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຫົວໜ້າຜູ້ຕາງໜ້າUnicefຫວຽດນາມ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຫົວໜ້າຜູ້ຕາງໜ້າUnicefຫວຽດນາມ - ảnh 1
ທ່ານ​ນາງ Lotta Sylwander ແລະ ທ່ານ​ນາງ ຕ່ອງ​ທິຟ໋ອງ

(vovworld) – ຕອນ​ບ່າຍ​ວັນ​ທີ 18/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Lotta Sylwander, ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ (Unicef) ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກ​ເລື່ອງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງລະບົບ​ກົດໝາຍວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ເດັກ, ​ສິດ​ຂອງ​ເດັກສົມທົບກັບບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ເດັກ​ໃນ​ວິວັດ​ການ​ສ້າງ​ກົດໝາຍ, ພ້ອມ​ທັງ​ຕິດຕາມ​ກວດກາ​ເລື່ອງ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ຂອງ​ເດັກ. ທ່ານ​ນາງ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິທິຜົນ​ລະຫວ່າງ ຫວຽດນາມ ​ແລະ Unicef ​ແລະ ​ໄດ້​ຮັບ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຂອງ Unicef ​ເຂົ້າ​ວິວັດທະນາ​ການ​ສ້າງ​​ແຜນການ​ຮ່ວມ​ລະຫວ່າງ ຫວຽດນາມ - ສະຫະ​ປະຊາ​ຊາດ ​ໄລຍະ 2012 – 2016, ນັບ​ມື້​ນັບຕອບ​ສະໜອງບັນດາ​ບຸລິມະສິດ​ພັດທະນາ​ຂອງ ຫວຽດນາມ ​ໃນ​ສະພາບ​ການ​ໃໝ່​ໃຫ້​ດີ​ກ່ວາ​ອີກ.

    ສ່ວນ​ທ່ານ​ນາງ Lotta Sylwander ຢືນຢັນ​ວ່າ Unicef ຈະ​ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ເດັກ ​ແລະ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ ຫວຽດນາມ ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຮັບ​ປະກັນ​ສິດ ​ແລະ ​ເບິ່ງ​ແຍງ​ດູ​ແລ​​ເດັກ​ໃຫ້​ດີ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ