ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກວາງຈີ້

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກວາງຈີ້ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຖະ​ຫວາຍ​ທູບ​ທຽນ​ຢ​ູ່​ເຂດກຳ​ແພງ​ເກົ່າ ກວາງ​ຈີ້ ​​

(vovworld) –  ​ຕອນ​ບ່າຍ​ວັນ​ທີ 3/1, ທ່ານ​​ນາງຮອງ​ປະ​ທານ​​ຜູ້​ປະ​ຈຳ​ການສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ໄປ​ໄວ້​ອາ​ໄລ, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດກຳ​ແພງ​ເກົ່າ ກວາງ​ຈີ້ ​​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ, ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ ແລະ ປະ​ຊາ​ຊົນ​ເຂດທີ່​ຖືກ​ເສຍ​ຫາຍ​ຍ້ອນ​ໄພ​ນ້ຳ​ຖ້ວມ​ໃນ​ບໍ​ລິ​ເວນ​ແຂວງ ກວາງ​ຈີ້. ຢ​ູ່​ເຂດ​ກຳ​ແພງ​ເກົ່າ ກວາງ​ຈີ້, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​​ໄປໄວ້​ອາ​ໄລ, ຖະ​ຫວາຍ​ທູບ​ທຽນ ​ເພື່ອຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ຜູ້​ໄດ້​ຕໍ່​ສູ້ ແລະ ເສຍ​ສະຫຼະ​ຊີ​ວິດ​ໃນ​ບັ້​ນ​ຮົບ 81 ວັນ ແລະ ຄືນ​ເພື່ອ​ປົກ​ປັກ​ຮັກ​ສາ​ກຳ​ແພງ​ເກົ່າ ເມື່ອ​ປີ 1972. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ ອົງ​ຄະ​ນະ​ພັກ, ອ​ຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ກວາງຈີ້ ພ້ອມ​ກັບ​ທົ່ວ​ປະ​ເທດ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​​ເປັນ​ຢ່າງ​ດີ​ເພື່ອປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ສຶກ​ສາ​ມູນ​ເຊື້ອ​ປະ​ຕິ​ວັດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ