ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແດນມາກ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແດນມາກ - ảnh 1
ທ່ານນາງ ຕ່ອງທິຟ໋ອງ ຢ້ຽມຢາມ ສະຖານທູດ
ຫວຽດນາມ ປະຈຳ ແດນມາກ
(ພາບ: TTXVN)

(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ ​ແດນ​ມາກ, ຕອນ​ບ່າຍ​ວັນ​ທີ 06/10, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ມີ​ການ​ເຮັດ​ວຽກ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ Kristian Jensen ຢູ່​ນະຄອນຫລວງ Copenhagen. ທີ່​ການ​ຕ້ອນຮັບ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້ຊົມ​ເຊີຍ ​ເລື່ອງ 2 ຝ່າຍ​ໄດ້​ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ​ ​ທຸກ​ຂັ້ນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ການ​ລົງທຶນ, ການ​ແລກປ່ຽນ​ເສດຖະກິດ 2 ຝ່າຍພວມ​ພັດທະນາ​ຕາມ​ທິດທີ່​ດີ​ພໍ​ສົມຄວນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ລັດຖະບານ ​ແດນ​ມາກ ສືບ​ຕໍ່​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ເຕີບ​ໂຕສຳລັບ ຫວຽດນາມ ພາຍຫລັງ​ປີ 2016. ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້​ລັດຖະບານ ​ແດນ​ມາກ ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ​້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ