ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ສ.ອີຕາລີ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ສ.ອີຕາລີ - ảnh 1
ທ່ານ Pietro Grasso ປະທານ​ສະພາ​ສູງ ສ.ອີ​ຕາ​ລີ
ຕ້ອນຮັບທ່ານນາງ ຕ່ອງທິຟ໋ອງ
(ພາບ: TTXVN)

(vovworld) - ​ ​ ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 25 – 29/05. ວັນ​ທີ 25/05 ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້ພົບ​ປະ​ກັບ​ທ່ານ Pietro Grasso ປະທານ​ສະພາ​ສູງ ສ.ອີ​ຕາ​ລີ. ນະ​ທີ່​ນີ້ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາຜ​ົນງານ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ບັນດາ​ຂົງ​ເຂດ​ໃນ​​ໄລຍະ​ຜ່ານ​ມາ; ພ້ອມ​ທັງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ.ອີ​ຕາ​ລີ ​ແລະ ຖື​ນີ້​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​​ໃຫ້ມີ​ປະສິດທິ​ຜົນ​ກ່ວາ​ອີກ. ຕາມ​ທ່ານ​ນາງ ຕ່ອງທິຟ໋ອງ ​ແລ້ວ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ພິຈາລະນາ​ສົ່ງ​ເສີມ​ບັນດາ​ຮູບ​ການ​ຮ່ວມ​ມືຂັ້ນ​ທ້ອງ​ຖິ່ນ ດ້ວຍ​ບັນດາ​ຜົນງານ​ດີ​ເດັ່ນ​ໃນເບື້ອງ​ຕົ້ນ​ຄື ອຽນ​ບ໋າ​ຍ, ບາ​ເຣຍ - ຫວູງ​ເຕົາ ກັບ​ບັນດາ​ທ້ອງຖິ່ນ​ຢູ່ ອີ​ຕາ​ລີ.

        ສ່ວນ​ທ່ານ​ປະທານ​ສະພາ​ສູງ ສ.ອີ​ຕາ​ລີ Pietro Grasso ຖື​ວ່າ: ຫວຽດນາມ ມີ​ບົດບາດ​ສຳຄັນ​ຄື: ​ເປັນ​ປະຕູເພື່ອ​ໃຫ້ ອີ​ຕາ​ລີ ​ແລະ ບັນດາ​ປະ​ເທດ ອີ​ຢູ ​ເຂົ້າ ອາ​ຊຽນ. ຍ້ອນ​ເຫດ​ນັ້ນ ສະພາ​ສູງ ອີ​ຕາ​ລີ ຈະ​ສະໜັບສະໜູນ​ເລື່ອງ​​ໃຫ້ສັດຕະຍາບັນສັນຍາ FTA ຫວຽດນາມ - ອີ​ຢູໂດ​ຍ​ໄວ, ກໍ່​ຄື​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການບຳລຸງ​ສ້າງ, ການໜູນ​ຊ່ວຍ​ບົດຮຽນ​ໃຫ້​ກຳລັງຮັກສາ​ສັນຕິພາບ.

ຂ່າວ/ບົດ​ອື່ນ