ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຂົ້າຢ້ຽມຂຳ່ນັບປະທານສະພາແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຂົ້າຢ້ຽມຂຳ່ນັບປະທານສະພາແຫ່ງຊາດລາວ - ảnh 1
(ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ
ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້)


(vovworld) – ຕອນ​ບ່າຍ​ວັນ​ທີ 18/9, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ AIPA – 35. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ່​ໄດ້ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ພູນຄູນ​ສ້າງ, ກໍ່​ຄື​ໂຄສະນາ, ສຶກສາ​ສາກົນໃຫ້​ລຸ້ນໜຸ່ມ 2 ປະ​ເທດ​ສືບ​ຕໍ່​ຮັກສາ ​ແລະ ຜັນ​ຂະຫຍາຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ຢືນຢັນ​ວ່າ: ຫວຽດນາມ​ພະຍາຍາມ​ພ້ອມ​ກັບລາວ ປະກອບສ່ວນ​ເຂົ້າ​ໃນ​ບັນດາເນື້ອ​ໃນ, ມະຕິ​ຂອງ​ກອງ​ປະຊຸ​ມ​ໃຫຍ່. ຫວຽດນາມ ​ໄດ້​ຖອດ​ຖອນເອົາ​ບົດຮຽນ​ຫຼາຍ​ຢ່າງ ກ່ຽວ​ກັບ​ບົດຮຽນ​ຈັດ​ຕັ້ງ​ກອງ​ປະຊຸມ AIPA – 35 ຂອງ ລາວ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະມັດ​ສາໃຫຍ່​ລັດຖະສະພາ​ລະຫວ່າງ​ຊາ​ດ​ໂລກ ຄັ້ງ​ທີ 132 (IPU) ຢູ່​ຮ່າ​ໂນ້ຍ ​ໃນ​ປີໜ້າ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ​່ງຊາດລາວ ປານີ ຢາ​ທໍ່​ຕູ້ ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ນິຕິ​ບັນຍັດ, ຕິດ​ຕາມ​ກວດກາ ​ແລະ ບັນດາ​ບັນຫາ​ອື່ນ, ກໍ່​ຄື​ສົມທົບ​ກັນ​ຮັດ​ແໜ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນ​ດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ​ໂລກ. ບັນດາ​ການ​ເຄື່ອນ​ໄຫວ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ຄວາມ​ສາມັກຄີ​ລະຫວ່າງ 2 ຊາດຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ