ຮອງປະທານສະພາແຫ່ງຊາດຟູ່ງກວ໋ກຫຽນຕ້ອນຮັບຄະນະຜູ້ແທານລາຊະອານາຈັກມາຣົກ

(VOVWORLD) -ໃນຕອນບ່າຍວັນທີ 18 ມັງກອນ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໃນຂອບເຂດກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາ ອາຊີ - ປາຊີຟີກ (APPF - 26)

ຮອງປະທານສະພາແຫ່ງຊາດຟູ່ງກວ໋ກຫຽນຕ້ອນຮັບຄະນະຜູ້ແທານລາຊະອານາຈັກມາຣົກ - ảnh 1 ຮອງປະທານສະພາແຫ່ງຊາດຟູ່ງກວ໋ກຫຽນຕ້ອນຮັບຄະນະຜູ້ແທານລາຊະອານາຈັກມາຣົກ

(ພາບ: TTXVN)

ທ່ານ  ຟູ່ງກວ໋ກຫຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນ ລາຊະອານາຈັກ ມາຣົກ ໂດຍທ່ານ Mohammed Ouzzine ຮອງປະທານສະພາຕ່ຳເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູ່ງກວ໋ກຫຽນ ສະເໜີວ່າ ບົນພື້ນຖານການພົວພັນດ້ານການເມືອງອັນດີງາມ, ສອງຝ່າຍຄວນຊຸກຍູ້ການຮ່ວມມື, ເຊື່ອມຕໍ່ປະຊາຄົມວິສາຫະກິດ, ບັນດາສະຫະສະມາຄົມທຸລະກິດສອງປະເທດ. ພິເສດແມ່ນສອງຝ່າຍຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນສອງຝ່າຍ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ກະສິກຳ, ການຂຸດຄົ້ນແຮ່ທາດ, ວັດສະດຸກໍ່ສ້າງ....

        ຕາງໜ້າຄະນະຜູ້ແທນ ມາຣົກ, ທ່ານ ຮອງປະທານສະພາຕ່ຳ ລາຊະອານາຈັກ ມາຣົກ ປາດຖະໜາວ່າ ຫວຽດນາມ ຈະເປັນຂົວຕໍ່ໃນການພົວພັນລະຫວ່າງ ມາຣົກ ແລະ ບັນດາປະເທດໃນ ອາຊຽນ, ເພື່ອປະຊາທິປະໄຕ, ສັນຕິພາບ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ