ຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນຢ້ຽມຢາມແລະມອບຂອງຂວັນບຸນເຕັດຢູ່ແຂວງຢາລາຍ

(VOVWORLD) -ໃນລະຫວ່າງວັນທີ 22 – 23 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ພະນັກງານ, ປະຊາຊົນຕາແສງ ພາເວ້ສຸ ແລະ ປ້ອມປ້ອງກັນຊາຍແດນ 307 (ເມືອງ ເມື່ອງແຕ່)

ຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນຢ້ຽມຢາມແລະມອບຂອງຂວັນບຸນເຕັດຢູ່ແຂວງຢາລາຍ - ảnh 1

 ທ່ານຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນຢ້ຽມຢາມແລະມອບຂອງຂວັນບຸນເຕັດຢູ່ແຂວງຢາລາຍ

(ພາບ: daibieunhandan.vn)

ຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມສົມບູນເຄິ່ງກິນນອນ ຕາແສງ ຄຸນຮ໋າ, ເມືອງຕາມເດື່ອງ, ແຂວງລາຍເຈົາ. ຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ອກຫຽນ ປາດຖະໜາວ່າ, ຕາແສງ ພາເວ້ສຸ ແລະ ປ້ອມປ້ອງກັນຊາຍແດນ 307 ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຊອກຫາທິດທາງທີ່ເໝາະສົມເພື່ອພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ; ໃນຕໍ່ໜ້າແມ່ນເອົາໃຈໃສ່ເບິ່ງແຍງປະຊາຊົນໃຫ້ໄດ້ຕ້ອນຮັບບຸນເຕັດ ດ້ວຍຄວາມອີ່ມໜຳສຳລານ, ປອດໄພ ແລະ ປະຢັດ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ, ບັນດານັກຮຽນຊາວເຜົ່າສ້ວນໜ້ອຍຢູ່ທີ່ນີ້ ຍາມໃດກໍ່ມານະພະຍາຍາມຮ່ຳຮຽນເປັນຢ່າງດີເພື່ອໃນອະນາຄົດສາມາດສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນ ແລະ ປະເທດຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ