ຮອງປະທານສະພາແຫ່ງຊາດລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ໋ອຽນ

ຮອງປະທານສະພາແຫ່ງຊາດລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ໋ອຽນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong
ເຮັດ​ວຽກ​ກັບ​ແຂວງ​ຟູ໋ອຽນ
( ພາບ: .cpv.org.vn )


( vovworld ) -    ​ໃນ​ລະຫວ່າງ​ວັນ​ທີ 28 – 29/7, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Tong Thi Phong ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ​ຟູ໋ອຽນ. ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​​ແຂວງ​ຟູ໋ອຽນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ​ໄດ້​ສະ​ເໜີວ່າ ​​ໃນການວາງ​ແຜນສັງ​ລວມຕ້ອງ​ຕິດ​ພັນ​ກັບ​ການ​ພັດ​ທະນາ​ຂອງ​ແຂວງ ກັບ​ແຜນ​ສັງ​ລວມຂອງ​ເຂດ, ຍຸດ​ທະ​ສາດ​ທະ​ເລ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ; ​ເອົາ​ໃຈ​ໃສ່​​ເຖິງການ​ລົງທຶນ​ພັດທະນາ​ເສດຖະກິດ​ກະສິກຳ, ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ກໍ​ໄປ​ຢ້ຽມຢາມ​ປູ​ຊະ​ນີຍະ​ສະ​ຖານປະ​ຫວັດ​ສາດ Vung Ro, ວິຫານ​ບູຊາ Luong Van Chanh, Thanh An Tho ຢູ່ຕາ​ແສງ An Dan, ​ເມືອງ Tuy An, ບ້ານ​ເກີດ​ເມືອງ​ນວນ​ອະດີດ​​ເລຂາທິການ​ໃຫຍ່ Tran Phu, ​​ເຊິ່ງ​ເປັນເລຂາ​ທິການ​ໃຫຍ່​ຜູ້​ທຳ​ອິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ໄປ​ວາງ​ພວງ​ມາລາ​ຢູ່ອະ​ນຸສາ​ວະລີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ Nui Nhan.

ຂ່າວ/ບົດ​ອື່ນ