ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງຜູ້ອຳນວຍການ IMF

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງຜູ້ອຳນວຍການ IMF - ảnh 1
ທ່ານຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕ້ອນຮັບຮອງຜູ້ອຳນວຍການ IMF
(ພາບ: TTXVN)

​(vovworld) - ຕອນບ່າຍ​ວັນ​ທີ 16/02, ຢູ່​ສຳນັກງາ​ນສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິ​ນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mitsihiro Furusawa, ຮອງ​ຜູ້ອຳນວຍການ​ກອງ​ທຶນ​ເງິ​ນຕາ​ສາກົນ (IMF) ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກ​ິມ​ເງິ​ນ ສະ​ເໜີ​ໃຫ້ IMF ສືບ​ຕໍ່​ປະກອບສ່ວນ​ໜູນ​ຊ່ວຍ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ຜ່ານ​ການ​ສະໜອງ​ການ​ຄົ້ນຄວ້າ​ບົດຮຽນ​ສ້າງ​ກົດໝາຍ​ຂອງ​ປະ​ເທດ​ຕ່າງໆ, ສະໜອງ​ນັກ​ຊ່ຽວຊານ, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ການ​ໂອ້ລົມ​ສົນທະນາ​ກ່ຽວ​ຂ້ອງ​ເຖິງບັນດາ​ຮ່າງ​ກົດ​ໝາຍ ​ແລະ ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຕິດຕາມ​ກວ​ດກາ…

      ທ່ານ Mitsihiro Furusawa ຢືນຢັນ​ວ່າ, IMF ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື,  ໜູນ​ຊ່ວຍ​ຫວຽດນາມ ດ້ານ​ການ​ເງິນ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ກໍ​ຄື​ໃຫ​້ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ