ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຖະຫວາຍທູບທຽນຢູ່ກຳແພງເກົ່າກວາງຈີ້

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຖະຫວາຍທູບທຽນຢູ່ກຳແພງເກົ່າກວາງຈີ້ - ảnh 1

ຮອງ​ປະທານ​ສະພ​າ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ​ຖະຫວາຍ​ທູບ​ທຽນ​ຢູ່ກຳ​ແພງ​ເກົ່າ​ກວາງ​ຈີ້

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 27/7, ຕອນ​ເຊົ້າ​ວັນ​ທີ 20/7, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​​ໄປ​ວາງ​ພວງມາລາ, ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ກຳ​ແພງ​ເກົ່າ ກວາງ​ຈີ້, ​ເພື່ອ​ສະ​ແດງ​ຄວາມຕອບ​ບູນ​ແທນ​ຄຸນ​ບັນດານັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໃນ​ບັ້ນ​ຮົບ​ທີ່​ແກ່ຍາວ 81 ວັນ ​ແລະ ຄືນ​ປີ 1972, ​​​ເພື່ອ​ປົກປັກ​ຮັກສາ​ກຳ​ແພງ​ເກົ່າ ກວາງ​ຈີ້. ​ໃນ​ການ​ຕໍ່ສູ້​ນັ້ນ, ນັກຮົບ​ນັບ​ພັນ​ຄົນ​ໄດ້​ເສຍສະຫຼະ​ຊີວິດ​​ໃນ​ເຂດ​ດິນ​ແດນ​ແຫ່ງ​ນີ້​ເພື່ອ​ສ້າງ​ບົດ​ເພງ​ໄຊ​ອະມະຕະກ່ຽວ​ກັບ​ນ້ຳ​ໃຈ​ອົງ​ອາດ​ກ້າ​ຫານ, ການ​ເສຍສະຫຼະ​ຢ່າງ​ອົງອາດ​ເພື່ອ​ສັນຕິພາບ, ​ເສລີພາບ, ປະກອບສ່ວນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

    ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 19/7, ທ່ານ ຫງວຽນ​ແຮ້ງ​ຟູກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່​ງຊາດ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ ​ເລ​ທິທິ ຢູ່​ຕາ​ແສງ ຫາຍ​ເທື້ອງ, ​ເມືອງ ຫາຍ​ລັງ, ​ແຂວງ ກວາງ​ຈີ້.




ຂ່າວ/ບົດ​ອື່ນ