ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພິທີມອບເຮືອນໃຫ້ຄອບຄົວທຸກຍາກ

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມພິທີມອບເຮືອນໃຫ້ຄອບຄົວທຸກຍາກ - ảnh 1
​ພິ​ທີ​ສ້າ​ງ​ສຳ​ເລັດ​ ແລະ ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ
(ພາບ: bentre)


(vovworld) –​ ​​ ​ວັນ​ທີ 04/01, ຢູ່​ເມືອງ ແທ້ງ​ຟຸ໋, ແຂວງ ເບັນ​ແຈ, ທະ​ນ​າ​ຄານ​ການ​ຄ​້າ​ຫຸ້ນ​ສ່ວນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ (Vietinbank) ໄດ້​ຈັດ​ພິ​ທີ​ສ້າ​ງ​ສຳ​ເລັດ​ ແລະ ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ 350 ຫຼັງ ໃຫ້​ຄອບ​ຄົວ​ທຸກ​ຍາກ ແລະ ສຸ​ກສາ​ລາ 3 ຫຼັງ, ໂຮງ​ຮຽ​ນ​ປະ​ຖົ​ມ 1 ຫຼັງ, ໂຮງ​ຮ​ຽ​ນ​ອາ​ນຸ​ບານ 1 ຫຼັງ ເຊິ່ງ Vietinbank ໄດ້ອຸ​ປະ​ຖ​ຳກໍ່​ສ້າງ​ໃນ​ປີ 2015. ທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຍ້ອງ​ຍໍ ແລະ ຕີ​ລາ​ຄາ​ສູງ​ເລື່ອງ Vietinbank ບໍ່​ພຽງ​ແຕ່​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ຫງວນ​ງົບ​ປະ​ມານ​ໃຫ້​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ, Vietinbank ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ທ້ອນ​ຖິ່ນ​ປະ​ຕິ​ບັດ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​.

ຂ່າວ/ບົດ​ອື່ນ