ຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ເຊີນລາ

(VOVWORLD) -   ວັນທີ 30 ກັນຍາ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ໂມກເຈົາ, ແຂວງເຊີນລາ ກ່ອນທີ່ຈະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ເຊີນລາ - ảnh 1ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ ແຂວງ ເຊີນລາ (ພາບ: quochoi.vn)

        ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີໃຫ້ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເມືອງ ໂມກເຈົາ ຈົ່ງເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ເລືອກເຟັ້ນເອົາແນວປູກ ແລະ ສັດລ້ຽງປະເພດຕ່າງໆທີ່ເປັນປາຍແຫຼມເຂົ້າໃນການຜະລິດ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນກະເສດ ແລະ ມຸ່ງໄປສູ່ການສົ່ງອອກຂາຍໃຫ້ຕະຫຼາດສາກົນ. ແລະກໍໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກໍໄດ້ມີການເຮັດວຽກກັບການນໍາເມືອງ ໂມກເຈົາ ກ່ຽວກັບການກໍານົດທິດພັດທະນາເມືອງໂມກເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ