ຮອງປະທານສະພາແຫ່ງຊາດອວງຈູລິວຕ້ອນຮັບກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາລາຊະອານາຈັກອັງກິດແລະອຽກ​ລັງເໜືອ

(VOVWORLD) -ຕອນບ່າຍວັນທີ 02 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມລັດຖະສະພາລະຫວ່າງພັກທີ່ສົນໃຈຕໍ່ຫວຽດນາມ , ຫົວໜ້າກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາແຫ່ງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Wayne David ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງປະທານສະພາແຫ່ງຊາດອວງຈູລິວຕ້ອນຮັບກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາລາຊະອານາຈັກອັງກິດແລະອຽກ​ລັງເໜືອ - ảnh 1 ທ່ານຮອງປະທານສະພາແຫ່ງຊາດອວງຈູລິວ ຕ້ອນຮັບກຸ່ມສະມາຊິກລັດຖະສະພາ IPU ລັດຖະສະພາລາຊະອານາຈັກອັງກິດແລະອຽກລັງເໜືອ

(ພາບ: quochoi.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີວ່າ ໃນໄລຍະຈະມາເຖິງ 2 ປະເທດຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ - ບຳລຸງສ້າງ, ຊ່ວຍນັກສຶກສາຫວຽດນາມ ມີເງື່ອນໄຂສຳພັດກັບລະບົບການສຶກສາຂອງອັງກິດ. ຊົມເຊີຍໝາກຜົນການເຈລະຈາລະຫວ່າງຄະນະ ກັບກຳມາທິການການຕ່າງປະເທດ, ບັນດາກຳມາທິການອື່ນຂອງສະພາແຫ່ງຊາດ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ອັງກິດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ສະໜັບສະໜູນ 2 ອົງການນິຕິບັນຍັດເພີ່ມທະວີການຮ່ວມມືຮອບດ້ານ, ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ບັນດາກຸ່ມສະມາຊິກລັດຖະສະພາ ເພື່ອແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນການເຄື່ອນໄຫວລັດຖະສະພາ.

        ສ່ວນທ່ານ Wayne David ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງກ່ຽວກັບເລື່ອງທ່ານປະທານປະເທດເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແລະ 2 ມື້ກ່ອນນີ້ແມ່ນທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ. ທ່ານ Wayne David ສະເໜີໃຫ້ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດກວ່າອີກ, ຜ່ານນັ້ນນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ