ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳອານເຊຣີ

ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳອານເຊຣີ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ຕ້ອນຮັບ
ທ່ານ Tayeb Louh, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ອານ​ເຊຣີ

(ພາບ:An Đăng/TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 11/6, ຢູ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ຍຸ​ຕິ​ທຳ ອາ​ເຊຣີ ​ໂດຍ​ທ່ານ Tayeb Louh, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ອານ​ເຊຣີ ນຳ​ໜ້າ, ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ລະຫວ່າງ 2 ອົງການ​ນິຕິບັນຍັດ ​​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​​ແຫ່ງ​ການ​ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ 2 ປະ​ເທດ.

        ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຍຸຕິ​ທຳ ອານ​ເຊຣີ Tayeb Louh ​ສະ​ແດງຄວາມ​ປາດ​ຖະໜາ​ວ່າ: 2 ຝ່າຍ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເປັນ​ພື້ນຖານ​​ໃຫ້​ແກ່​ການພັດທະນາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ​ແບ່ງປັນ​​ບົດຮຽນ​ດ້ານນິຕິບັນຍັດ ​ແລະ ຕຸລາການ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ