ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ຍີ່ປຸ່ນ

(VOVWORLD) - ວັນທີ 03 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ນຳໜ້າ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ. ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ຢ້ຽມຢາມສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ.

ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ຍີ່ປຸ່ນ - ảnh 1(ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ

ພົບປະກັບທ່ານປະທານສະຖາບັນ Akihito Tanaka)

ທີ່ສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ພົບປະກັບທ່ານປະທານສະຖາບັນ Akihito Tanaka ແລະ ມີການແລກປ່ຽນກັບທ່ານສາດສະດາຈານ Masahiro Horie, ຜູ້ອຳນວຍການສູນພັດທະນາການນຳຂັ້ນສູງທົ່ວໂລກ, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ສື່ສານ, ເພື່ອຊອກຮູ້ກ່ຽວກັບພື້ນຖານການເມືອງຍີ່ປຸ່ນ, ບົດຮຽນໃນການປະຕິຮູບ, ປ່ຽນໃໝ່ ແລະ ຄຸ້ມຄອງສາທາລະນະຂອງລັດຖະບານຍີ່ປຸ່ນ. ຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ຫວັງວ່າ, ດ້ວຍຄວາມຮັບຜິດຊອບແມ່ນປະທານສະຖາບັນຄົ້ນຄວ້ານະໂຍບາຍຍີ່ປຸ່ນ, ທ່ານ Akihito Tanaka ຈະຊຸກຍູ້ການພົວພັນຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນກວ່າອີກ.

        ເມື່ອໄປຢ້ຽມຢາມສະຖາທູດຫວຽດນາມ ປະຈຳຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ດ້ວຍບົດບາດທີ່ໄດ້ຮັບມອບໝາຍ, ໃນໄລຍະຜ່ານມາໄດ້ປະກອບສ່ວນຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຍີ່ປຸ່ນ. ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ສືບຕໍ່ສວມບົດບາດເປັນຂົວຕໍ່ດຶງດູດແຫຼ່ງເງິນລົງທຶນຈາກຍີ່ປຸ່ນ ຜ່ານບັນດາໂຄງການໃຫຍ່ນີ້.

        ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດອວງຈູລິວ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Canon ຂອງຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ