ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ແຂວງຊອັກຈັງ

(VOVWORLD) -ວັນທີ 03 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງຊອັກຈັງ
ຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ແຂວງຊອັກຈັງ - ảnh 1(ທ່ານຮອງປະທານສະພາແຫ່ງຊາດອວງຈູລິວຢ້ຽມຢາມແລະເຮັດວຽກຢູ່ແຂວງຊອັກຈັງ)

ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ໃນ 6 ເດືອນຕົ້ນປີ 2018 ແລະ ຜັນຂະຫຍາຍແຜນການພັດທະນາເສດຖະກິດ, ສັງຄົມປີ 2018. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໃສ່ໃຈວ່າ, ຊອັກຈັງ ຍັງແມ່ນແຂວງທຸກຍາກ, ຄວນມີບັນດາມາດຕະການເສີມຂະຫຍາຍບັນດາທ່າແຮງຂອງແຂວງໃຫ້ເປັນຢ່າງດີກວ່າ. ສິ່ງທີ່ເປັນໜ້າໃສ່ໃຈແມ່ນຂຸດຄົ້ນ ແລະ ສຸມໃສ່ລົງທຶນທ່າແຮງດ້ານກະສິກຳ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຊີ. ກ່ຽວກັບອຸດສາຫະກຳ, ທາງແຂວງຄວນໂຄສະນາ, ເຊື້ອເຊີນບັນດານັກລົງທຶນທີ່ມີເຕັກໂນໂລຊີທັນສະໄໝ, ມີຂອບຂະໜາດໃຫຍ່, ມີມູນຄ່າເພີ່ມສູງ, ເປັນມິດກັບສິ່ງແວດລ້ອມ… ເຂົ້າມາລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ