ຮອງປະທານສະພາແຫ່ງຊາດຮິງງ້ອກເຊີນພົບປະຜູ້ມີສິດເລືອກຕັ້ງນະຄອນດ່າໜັງ

ຮອງປະທານສະພາແຫ່ງຊາດຮິງງ້ອກເຊີນພົບປະຜູ້ມີສິດເລືອກຕັ້ງນະຄອນດ່າໜັງ - ảnh 1
(ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິງງ້ອກ​ເຊີນ)

(vovworld) ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການປ້ອງ​ກັນ​ຕ້ານ​ການສໍ້​ລາດ​ບັງ​ຫລວງ, ການຄຸ້ມ​ຄອງ​ຊາວ​ຕ່າງປະ​ເທດ​ທີ່​ອາ​ໄສ​ໃນ​ບໍລິ​ເວນ​ເຂດ​ນະຄອນ ດ່າ​ໜັງ, ຍົກ​ສູງ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ…​ນັ້ນ ​ແມ່ນ​ບັນດາ​ບັນຫາ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ດ່າ​ໜັງ ມີ​ຄວາມສົນ​ໃຈ​​ໃນການ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິງງ້ອກ​ເຊີນ ​ແລະ ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ດ່າ​ໜັງ ​ໃນ​ວັນ​ທີ 30/11. ​ເມື່ອລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ທ່ານ ຮີ່ງງ້ອນ​ເຊີນ ​ໃຫ້​ຮູ້​ວ່າ: ປີ 2015 ​ໃນ​ສະພາບ​ການຍັງມີ​ຄວາມຫຍຸ້ງຍາກ​ຫລາຍ​ຢ່າງ, ພື້ນຖານ​ເສດຖະກິດ ຫວຽດນາມ ມີ​ການຫັນປ່ຽນ​ຢ່າ​ງຕັ້ງໜ້າ ​ແຕ່​ຍັງ​ບໍ່ທັງເປັນ​ປົກ​ກະຕິ. ທ່ານ ຮີ່ງງ້ອນ​ເຊີນ ​ໃຫ້​ຮູ້​ວ່າ: ສະພາບການ​ທະ​ເລ​ຕາ​ເວັນ​ອອກສືບ​ຕໍ່​ຜັນ​ແປຢ່າງ​ສັບສົນ, ຮຽກຮ້ອງ ຫວຽດນາມ ສືບ​ຕໍ່​ໃນ​ການຕໍ່ສູ້​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​ເຂດທະ​ເລ​ໝູ່​ເກາະ.

 


ຂ່າວ/ບົດ​ອື່ນ