ຮອງປະທານສະພາແຫ່ງຊາດເຂົ້າຮ່ວມລາຍການ“ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ”

ຮອງປະທານສະພາແຫ່ງຊາດເຂົ້າຮ່ວມລາຍການ“ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ” - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິ​ມ​ເງິນ
(ພາບປະກອບ)


(vovworld) - ຕອນ​ບ່າຍ​ວັນ​ທີ 5/8, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິ​ມ​ເງິນ ພົບ​ປະ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍການ “​ເພື່ອ​ປະຊາ​ຄົມ ອາ​ຊຽນ ສາ​ມັກ​ຄີ ​ແລະ ພັດທະນາ” ລວມມີ 106 ວິ​ສາ​ຫະກິດ, ນັກທຸລະກິດ ​ທີ່​ໄດ້ ​ແລະ ພວມ​ຮ່ວມ​ມື ​ລົງທຶນ​ກັບ​ບັນດາ​ປະ​ເທດ ອາຊຽນ. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິ​ມ​ເງິນ ຊີ້​ແຈ້ງວ່າ: ​​ໂດຍ​ແມ່ນ​ສະມາ​ຊິກທີ່​ຕັ້ງໜ້າ​ຂອງ ອາ​ຊຽນ, ຫວຽດນາມ ​ພ້ອມ​ກັບບັນດາ​ປະ​ເທດສະມາຊິກອື່ນໆຊຸກຍູ້​​ແນວຄວາມ​ຄິດ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ​ໃຫ້​ສຳ​ເລັດ, ຜ່ານນັ້ນປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​​ເປັນເອກະ​ພາບ​ໃນ​ ອາ​ຊຽນຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ແນ​ໃສ່ຍົກ​ສູງ​ທີ່​ຕັ້ງຂອງ ອາ​ຊຽນ ​ແລະ ​ເສີມ​ຂະຫຍາຍບົດບາດ​ເປັນ​ໃຈກາງ​ຢູ່​ພາກ​ພື້ນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໄລຍະ​ມາ​ເຖິງ, ດ້ວຍ​ການຮ່ວມ​ແຮງ​ຮ່ວມ​ໃຈ​​ຂອງ​ປະຊາຊົນ ຫວຽດນາມທຸກ​ຊັ້ນ​ວັນນະ ​ແລະ ບັນດາປະ​ເທດສະມາຊິກ ອາ​ຊຽນ ອື່ນໆ. ຄວາມ​ສາມັກ​ຄີ​ລະຫວ່າງ​ປະຊາຊົນ ຫວຽດນາມ ກັບ ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ສະ​ເພາະ ​ແລະ ທັງ​ປະຊາ​ຄົມ ອາ​ຊຽນ ​ເວົ້າ​ລວມຈະ​ນັບ​ມື້​ນັບ​ໝັ້ນຄົງ, ປະກອບສ່ວນ​​ເຮັດ​ໃຫ້ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ສັນຕິພາບ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ