ຮອງປະທານສະພາແຫ່ງຊາດໂດບ໋າຕິຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບໄທ-ຫວຽດນາມ

ຮອງປະທານສະພາແຫ່ງຊາດໂດບ໋າຕິຕ້ອນຮັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບໄທ-ຫວຽດນາມ - ảnh 1
ທ່ານ​ ໂດ​ບ໋າ​ຕິ ​ຕ້ອນຮັບ  ​ທ່ານ ສັດ​ໃຈ ທະນະ​ບຸນ​ໃຈ
ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາມິດຕະພາບ ​ໄທ - ຫວຽດນາມ
(ພາບ: daibieunhandan.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 08/03, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດ​ບ໋າ​ຕິ ​ໃຫ້ການ​ຕ້ອນຮັບ ​ທ່ານ ສັດ​ໃຈ ທະນະ​ບຸນ​ໃຈ ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາມິດຕະພາບ ​ໄທ - ຫວຽດນາມ, ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໂດ​ບ໋າ​ຕິ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະຫວ່າງ​ອົງການ​ນິຕິບັນຍັດ​ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ​ໂດ​ບ໋າ​ຕິ ​ເນັ້ນ​ໜັກ​ວ່າ ປີ 2016, ​ໄທ​ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດນາມ ​ໃນ​ ອາ​ຊຽນ ​ແລະ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 10/116 ນັກລົງທຶນ​ຕ່າງປະ​ເທດ​ຢູ່ ຫວຽດນາມ. ປີ 2017, ຫວຽດນາມ - ​ໄທ ຈະ​ສືບ​ຕໍ່​ຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ກ່ວາ​ອີກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດສະ​ເໜີ​ວ່າ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ສິລະ​ປະ; ລົງ​ນາມ​​ໃນໂຄງການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ໄລຍະ​ປີ 2017 – 2020 ​ໂດຍ​ໄວ; ພ້ອມ​ທັງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ອະນຸລັກ​ຮັກສາ, ຫໍພິພິທະພັນ, ມໍລະດົກ​ວັດທະນະທຳ, ​ໃນ​ນັ້ນ​ມີ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ເຂດ​ປູຊະນີຍະສະຖານ​ປະທານ ​ໂຮ່ຈີ​ມິນ ຢູ່ ​​​ໄທ.

        ສ່ວນ​ທ່ານ ສັດ​ໃຈ ທະນະ​ບຸນ​ໃຈ ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາມິດຕະພາບ ​ໄທ - ຫວຽດນາມ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ 2 ປະ​ເທດ​ສືບ​ຕໍ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ອັນດີງາມ ​ເຊິ່ງ 2 ຝ່າຍ​ບັນລຸ​ໄດ້, ພ້ອມ​ກັນ​ມີ​ທັດສະນະ​ໃນ​ການ ຊຸກຍູ້​ເລື່ອງ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ, ຂັ້ນ​ກຳມາ​ທິການ ​ແລະ ອົງການ​ຕ່າງໆທີ່​ຮັບ​ໃຊ້ 2 ອົງ​ການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ