ຮອງປະທານາທິບໍດີ Uruguay ຕາເວັນອອກ ເຄື່ອນໄຫວຢ້ຽມຢາມ ຫວຽດນາມ

ຮອງປະທານາທິບໍດີ Uruguay ຕາເວັນອອກ ເຄື່ອນໄຫວຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ແລະ
​ ຮອງ​ປະທານາທິບໍດີ​ Uruguay ຕາ​ເວັນ​ອອກ ທ່ານ​ Danilo Astori
(ພາບ: chinhphudientu)


Vovworld- ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ມີ​ການ​ເຈລະຈາ​ກັບ​ ຮອງ​ປະທານາທິບໍດີ​ Uruguay ຕາ​ເວັນ​ອອກ ທ່ານ​ Danilo Astori ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 8/11. ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ຫວັງ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍດ້ານກັບ Uruguay ຕາ​ເວັນ​ອອກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ 2 ພາກ​ພື້ນ; ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ຕີ​ລາຄາ​ສູງ​ເລື່ອງ Uruguay ຕາ​ເວັນ​ອອກ​ເປີດ​ສະຖານທູດ​ປະຈຳ​ຫວຽນາມ​ທີ່​ຮ່າ​ໂນ້ຍ​ໃນ​ປີ 2011 ​ແລະ ພວມ​ພິຈາລະນາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ຮັບຮອງ​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ. ສ່ວນຮອງ​ປະທານາທິບໍດີ​ Uruguay ຕາ​ເວັນ​ອອກ ທ່ານ​ Danilo Astori ຢືນຢັນ​ວ່າ Uruguay ຕາ​ເວັນ​ອອກຫວັງ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ : ການ​ລົງທຶນ, ກະສິກຳ, ປຸ່ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ. ການ​ນຳ 2 ທ່ານ ຍັງ​ເປັນ​ເອກະສັນ​ກັນ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສ້າງ​ກົນ​ໄກ ​ແລະ ກອບ​ກົດ​ໝາຍ​ທີ່​ສອດຄ່ອງ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ. 2 ຝ່າຍ​ໝັ້ນ​ໝາຍ​ສະໜັບສະໜູນ​ຊຶ່ງ​ກັນ ​ແລະ ກັນ​ໃນ​ການສະໝັກເລືອກຕັ້ງເຂົ້າສະພາ ສິດທິມະນຸດ​ແຫ່ງ ສ.ປ.ຊ ອາຍຸ​ການ 2014-2016.

   ​ໃນ​ວັນ​ດຽວ​ກັນ, ຮອງ​ປະທານາທິບໍດີ​ Uruguay ຕາ​ເວັນ​ອອກ ທ່ານ​ Danilo Astori ​ໄດ້​ພົບ​ປະ​ກັບ​ກັບ ທ່ານ​​ປະທານປະ​ເທດຫວຽດນາມ Truong Tan Sang ​ແລະ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung .

   ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ຈັດ​ງານ​ລ້ຽງ​ຮອງ​ຮັບ​ຄະນະ​ຜູ້​ແທນ Uruguay ຕາ​ເວັນ​ອອກ ຢ່າງ​ສົມ​ກຽດ.

ຂ່າວ/ບົດ​ອື່ນ