ຮອງປະທານາທິບໍດີອີຢີບ ລາອອກຈາກຕຳແໜ່ງ

ຮອງປະທານາທິບໍດີອີຢີບ ລາອອກຈາກຕຳແໜ່ງ  - ảnh 1
ຮອງ​ປະທານາທິບໍດີ​ອີ​ຢິບ Mahmud Mekki
(ພາບ ອິນເຕີແນດ )

(vovworld) - ວັນ​ທີ 22/12, ທ່ານຮອງ​ປະທານາທິບໍດີ​ອີ​ຢິບ Mahmud Mekki ​ໄດ້​ຖະ​ແຫຼ​ງລາ​ອອກ​ຈາກ​ຕຳ​ແໜ່​ງ ກົງ​ກັບ​ວັນ​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່. ທ່ານ Mekki ​ໃຫ້​ຮູ້​ວ່າ, ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ວ່າ ”ວຽກ​ງານ​ການ​ເມືອງ​ບໍ່​ເໝາະ​ສົມ​ກັບ​ອາຊີບ​ຜູ້ພິພາກສາ​ຂອງ​ຕົນ” ​ແລະ ​​ໃຫ້​ຮູ້​ວ່າ, ກ່ອນ​ນັ້ນ​ທ່ານໄດ້​ຕັ້ງ​ໃຈ​ຍື່ນ​ໜັງສື​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເມື່ອ​ວັນ​ທີ 7/11 ​ແລ້ວ, ​ແຕ່​ຕ້ອງ​ໂຈະ​ໄວ້ ຍ້ອນ​ເຫ​ກການ​ຕ່າງໆ, ​ໃນ​ນັ້ນ​ມີ​ການ​ປະ​ທະ​ກັນ​ລະຫວ່າງ​ອິດສະ​ຮາ​ແອນ ກັບ​ຂະ​ບວນການ​ປະກອບ​ອາວຸດ Hamas ​ແລະ ຂໍ້​ຕົກລົງ​ຂອງ​ປະທານາທິບໍດີ Mohamed Morsi ກ່ຽວ​ກັບ​ການ​ປັບປຸງ​ສິດ​ອຳນາດ​ເມື່ອ​ເດືອນ​ກ່ອນ.

ຂ່າວ/ບົດ​ອື່ນ