ຮອງປະທານແນວໂຮມປະເທດຊາດຫວຽດນາມຕ້ອນຮັບປະທານສະພາປຶກສາການເມືອງປະຊາຊົນຈີນ

ຮອງປະທານແນວໂຮມປະເທດຊາດຫວຽດນາມຕ້ອນຮັບປະທານສະພາປຶກສາການເມືອງປະຊາຊົນຈີນ - ảnh 1
ປະທາ​ນສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ ອີ​ເຈີ້​ງ​ເສິ່ງ
ຕ້ອນຮັບ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຈິ່ນ​ແທງ​ເມິ​ນ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັວຽກ​ຢູ່​ ຈີນ​ ໃນ​ລະຫວ່າ​ງວັນ​ທີ 19-23/12/2016. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ທາ​ບທາມ​ຄວາມ​ເຫັນ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ, ທີ່​ປຶກສາ​ການ​ເມືອງ,  ການ​ຕິດຕາມ​ກວດກາ​ປະຊາທິປະ​ໄຕ, ​ເພີ່ມ​ທະວີການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ. ທີ່​ການຕ້ອນຮັບ​ຄະນະ, ກຳມະການ​ປະຈຳ​ກົມ​ການ​ເມືອງ, ປະທາ​ນສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ ອີ​ເຈີ້​ງ​ເສິ່ງ ​ໄດ້​ແບ່ງປັນ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ບົດບາດ​ຂອງ ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ​ ຄື​ດັ່ງ​ເວທີ​ປາ​ໄສ​ທີ່​ປຶກສາ, ​ແລກປ່ຽນ​ຄວາມ​ເຫັນ, ປະກອບ​ແນວ​ຄວາມ​ຄິດ ​ແລະ ຊັບພະຍາກອນ​ມະນຸດ​ຂອງ​ປະຊາຊົນ, ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ, ບັນດາ​ນັກວິຊາການ, ປະກອບສ່ວນ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ. ທ່ານ​ປະທານສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ ຫວັງ​ວ່າ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ ກໍ່​ຄື ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ຈີນ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

        ສ່ວນ​​ທ່ານ​ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຈິ່ນ​ແທງ​ເມິ​ນ ກໍ່​ເນັ້ນ​ໜັກ​​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ, ນະ​ໂຍບາຍ​ສະ​ເໝີຕົ້ນ​ສະ​ໝີປາຍ​ຂອງ​ພັກ, ລັດ ຫວຽດນາມ ທີ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມມື​ກັບ​ພັກ, ລັດ ​ແລະ ປະຊາຊົນ ຈີນ, ປັບປຸງ​ພື້ນຖານ​ສັງຄົມ, ປະກອບສ່ວນ​ແກ້​​ໄຂ​ບັນດາບັນຫາ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວພັນ​ສອງ​ປະ​ເທດ. ​ທ່ານ​ຮອງ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຈິ່ນ​ແທງ​ເມິ​ນ ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ຈີນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ຂ່າວ/ບົດ​ອື່ນ