ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ: ຫວຽດນາມແມ່ນແບບຢ່າງກ່ຽວກັບວຽກງານຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານ Jonathan Moore ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງບັນດາຊາວປະມົງຫວຽດນາມ ຢູ່ກ່ຳປັ່ນຫາປາຫວຽດນາມ ທີ່ຖືກຕຳຈົມນ້ຳຢູ່ທະເລຕາເວັນອອກ ເມື່ອຕົ້ນເດືອນ ເມສາ 2020
ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ: ຫວຽດນາມແມ່ນແບບຢ່າງກ່ຽວກັບວຽກງານຕ້ານໂລກລະບາດໂຄວິດ-19 - ảnh 1 (ທ່ານ Jonathan Moore)

ຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງຜູ້ຊ່ວຍວຽກປະຈຳການຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ Jonathan Moore ກ່ຽວກັບການຮ່ວມມື 2 ຝ່າຍໃນຂົງເຂດມະຫາສະມຸດ, ສິ່ງແວດລ້ອມ ແລະ ວິທະຍາສາດເຕັກໂນໂລຊີ.

        ທ່ານ Jonathan Moore ຖືຫວຽດນາມ ຄືດັ່ງແບບຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ຖືວ່າ 2 ປະເທດສາມາດແບ່ງປັນບັນດາບົດຮຽນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ - ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານອາເມລິກາ ໃນປະຈຸບັນ. ກໍ່ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານ Jonathan Moore ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງບັນດາຊາວປະມົງຫວຽດນາມ ຢູ່ກ່ຳປັ່ນຫາປາຫວຽດນາມ ທີ່ຖືກຕຳຈົມນ້ຳຢູ່ທະເລຕາເວັນອອກ ເມື່ອຕົ້ນເດືອນ ເມສາ 2020, ພ້ອມທັງຄັດຄ້ານບັນດາການກະທຳນາບຂູ່ຊາວປະມົງ ແລະ ການລະເມີດອະທິປະໄຕຢູ່ທະເລຕາເວັນອອກ. ທ່ານ Jonathan Moore ໃຫ້ຮູ້ວ່າ, ອາເມລິກາ ສະໜັບສະໜູນການຍົກລະດັບການພົວພັນຄູ່ຮ່ວມມືລະຫວ່າງອາເມລິກາ - ແມ່ຂອງ; ສືບຕໍ່ຮ່ວມມືກັບຫວຽດນາມ ແລະ ບັນດາປະເທດໃນວຽກງານຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດຢູ່ພາກພື້ນ.

        ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງບັນດາບາດກ້າວຕັ້ງໜ້າໃນການພົວພັນລະຫວ່າງຫວຽດນາມ - ອາເມລິກາ; ສະເໜີໃຫ້ 2 ປະເທດຈົ່ງປະຕິບັດສຳເລັດການເຈລະຈາ ແລະ ລົງນາມໃນສັນຍານຳໃຊ້ຮ່ວງອາວະກາດເພື່ອຈຸດປະສົງສັນຕິພາບ.


ຕອບກັບ

ຂ່າວ/ບົດ​ອື່ນ